ທີ່ລາຍການສະແດງ, ຜູ້ຕາງໜ້າກອງດົນຕີແຫ່ງລາດຊະວົງອັງກິດ ໃຫ້ຮູ້ວ່າ ພວກຂ້າພະເຈົ້າມີຄວາມເປັນກຽດທີ່ສຸດເມື່ອໄດ້ເຂົ້າຮ່ວມການແລກປ່ຽນການສະແດງກັບມະຫາວິທະຍາໄລວັດທະນະທຳ ແລະສິລະປະກອງທັບ. ຫວັງວ່າ ຜ່ານລາຍການ, ດົນຕີຈະເປັນຂົວເຊື່ອມຕໍ່ນຳຜູ້ຄົນຫຍັບມໍ່ເຂົ້າໃກ້ກັນກວ່າ ດ້ວຍຄວາມເຂົ້າອົກເຂົ້າໃຈ ແລະສະໜິດຕິດພັນກັນ.

leftcenterrightdel
ກອງດົນຕີແຫ່ງລາດຊະວົງອັງກິດ ແລະກອງດົນຕີຂອງມະຫາວິທະຍາໄລວັດທະນະທຳ ແລະສິລະປະກອງທັບຮ່ວມກັນສະແດງດົນຕີ. ພາບ: ຮ່່າແອັງ

ບັນດາສະມາຊິກໃນກອງດົນຕີ ແຫ່ງລາດຊະວົງອັງກິດ ໄດ້ສະແດງລາຍການທີ່ເປັນເອກະລັກສະເພາະ. ພິເສດ, ນັກສິລະປິນ ຍັງໄດ້ສະແດງດົນຕີເພງພື້ນເມືອງຫວຽດນາມ 2 ເພງ.

ພາຍຫຼັງການສະແດງ, ບັນດານັກສິລະປິນ ໄດ້ແບ່ງປັນປະສົບການໃນການສະແດງ, ວິທີການຫຼິ້ນເຄື່ອງດົນຕີ ກໍຄືຮູບແບບການເຄື່ອນໄຫວຂອງຄະນະດົນຕີ ແລະກອງດົນຕີແຫ່ງລາດຊະວົງອັງກິດ.

ໃນຂອບເຂດການສະແດງ, ກອງດົນຕີແຫ່ງລາດຊະວົງອັງກິດ ແລະ ກອງດົນຕີ ຂອງມະຫາວິທະຍາໄລວັດທະນະທຳ ແລະສິລະປະກອງທັບ ໄດ້ພ້ອມກັນສະແດງດົນຕີຂອງພາຍໃນ ແລະຕ່າງປະເທດ.

ໂດຍ: ທູຈາງ