ເຕົ້າໂຮມສີສັນວັດທະນະທຳ, ແຜ່ຂະຫຍາຍໃນ "ທຳນອງຂອງປະເທດຊາດ"
ກປ.ອອນໄລ - ຕອນຄໍ່າວັນທີ 27 ສິງຫາ, ຢູ່ສູນວັດທະນະທໍາສິລະປະເອົາເກີ (ຮ່າໂນ້ຍ), ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລະປະ "ທຳນອງຂອງປະເທດຊາດ".
ເຫດການເປີດສາກໃຫ້ແກ່ລາຍການສະເຫຼີມສະຫຼອງ 78 ປີແຫ່ງວັນປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ແລະ 78 ປີແຫ່ງວັນມູນເຊື້ອຂອງຂະແໜງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ (28-8-1945 / 28-8-2023). ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ແທນຈາກກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນໄດ້ເຂົ້າຮ່ວມລາຍການ.
    |
 |
ລາຍການສະແດງສິລະປະທີ່ລາຍການ. ພາບ: ນາມຫງວຽນ |
ລາຍການສະແດງສິລະປະ "ທຳນອງຂອງປະເທດຊາດ" ແມ່ນລາຍການສະແດງດ້ວຍຮູບການຮ້ອງເພງ, ຟ້ອນ, ລະຄອນ ແລະກາຍຍະສິນ, ຍ້ອງຍໍພັກທີ່ສະຫງ່າງາມ, ປະທານ ໂຮ່ຈີມິນ ແລະຄວາມຮັກແພງບ້ານເກີດເມືອງນອນ ແລະປະເທດຊາດ ເຊິ່ງໄດ້ຍົກອອກໃຫ້ເຫັນຄວາມໝາຍ “ວັດທະນະທຳເຍືອງທາງໃຫ້ປະຊາຊົນທົ່ວປະເທດກ້າວເດີນ". ລາຍການສະແດງສິລະປະ ໄດ້ຈັດເປັນ 3 ພາກ, ຄື: ພາກທີ I - “ຕາເວັນຂຶ້ນຢູ່ດິນແດນຫວຽດນາມ”; ພາກທີ II - “ປະເທດຊາດ” ແລະພາກທີ III - “ເຕົ້າໂຮມສີສັນ, ແຜ່ຂະຫຍາຍ”. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາ ແລະແນະນຳບັນດາຜົນງານຂອງຂະແໜງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ເຊີດຊູບັນດາແບບຢ່າງທີ່ດີເດັ່ນຂອງຂະແໜງໂດຍຜ່ານພາສາສິລະປະ.
ໂດຍ: ທະນາພອນ