ງານວາງສະແດງຫົວເລື່ອງສະເພາະກ່ຽວກັບປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ ຢູ່ລາວ
ກປ.ອອນໄລ - ຕອນບ່າຍວັນທີ 25 ສິງຫາ, ຢູ່ສູນວັດທະນະທຳຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ “ປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ”.
ນີ້ແມ່ນເຫດການທີ່ຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ ແລະສູນວັດທະນະທຳຫວຽດນາມ ປະຈຳ ລາວ ສົມທົບກັນຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5-9-1962 / 5-9-2023), 46 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ (18-7-1977 / 18-7-2023).
    |
 |
ສາວລາວ ຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍວັດຖຸພັນ, ຮູບພາບ ແລະເອກະສານວິທະຍາສາດກວ່າ 200 ຢ່າງ ໄດ້ແນະນໍາໃນງານວາງສະແດງຄັ້ງນີ້, ຄະນະຈັດຕັ້ງປາດຖະໜາຢາກແນະນຳໃຫ້ນັກທ່ອງທ່ຽວທີ່ຢູ່ພາຍໃນປະເທດລາວ ເວົ້າສະເພາະ ແລະເພື່ອນມິດສາກົນເວົ້າລວມ ກ່ຽວກັບຮູບພາບທີ່ສວຍງາມທາງດ້ານທຳມະຊາດ, ປະເທດ, ປະຊາຊົນ ແລະຄວາມເປັນເອກະພາບໃນຫຼາຍຮູບຫຼາຍແບບຂອງວັດທະນະທຳພື້ນເມືອງຂອງ 54 ຊົນເຜົ່າຫວຽດນາມ.
ຄຽງຂ້າງນັ້ນ, ເນື້ອໃນງານວາງສະແດງກໍ່ໄດ້ສະແດງໃຫ້ເຫັນຮູບຄວັດສະລັກທີ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນເວລາ 60 ກວ່າປີຜ່ານມາ.
ດ້ວຍໄລຍະເວລາ 1 ເດືອນ (ແຕ່ວັນທີ 25 ສິງຫາ – ວັນທີ 25 ກັນຍາ), ງານວາງສະແດງຫົວເລື່ອງສະເພາະ “ປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ” ໃນຄັ້ງນີ້ ຄາດວ່າຈະຊ່ວຍໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ, ກ່ຽວກັບການພົວພັນແບບພິເສດລະຫວ່າງສອງປະເທດກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືຮອບດ້ານ ແລະມີປະສິດທິຜົນລະຫວ່າງສອງຊາດຫວຽດນາມ-ລາວ ໃນຍຸກສະໄໝໃໝ່.
ໂດຍ: ທະນາພອນ