ສີສັນຫວຽດນາມ ທີ່ງານມະໂຫລານບັນດາຊົນເຜົ່າສ່ວນໜ້ອຍ ສາທາລະນະລັດ ເຊັກ
ກປ.ອອນໄລ - ງານມະໂຫລານປີນີ້ ດໍາເນີນແຕ່ວັນທີ 25 ຫາວັນທີ 28 ພຶດສະພາ, ລວມມີ: ລາຍການຟ້ອນລຳດົນຕີ, ການສະແດງຊຸດອາພອນປະຈໍາເຜົ່າ, ງານວາງສະແດງຜະລິດຕະພັນຫັດຖະກໍາຂອງແຕ່ລະເຜົ່າ.
    |
 |
ຄະນະຫວຽດນາມ ເຂົ້າຮ່ວມງານມະໂຫລານບັນດາຊົນເຜົ່າສ່ວນໜ້ອຍ ຢູ່ ສາທາລະນະລັດ ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 27 ພຶດສະພາ ທີ່ນະຄອນຫຼວງປຣາຮາ, ສາທາລະນະລັດ ເຊັກ ໄດ້ໄຂງານມະໂຫລານບັນດາຊົນເຜົ່າສ່ວນໜ້ອຍດ້ວຍຫົວຂໍ້ “ປຣາຮາ - ໝາກຫົວໃຈ ຊົນເຜົ່າ”. ເຫດການໄດ້ດຶງດູດ 30 ກວ່າຄະນະທີ່ຕາງໜ້າໃຫ້ບັນດາຊົນເຜົ່າສ່ວນໜ້ອຍຈາກ 20 ປະເທດ ພວມດໍາລົງຊີວິດຢູ່ປະເທດເອີລົບກາງນີ້.
ຄະນະຫວຽດນາມ ໄດ້ສ້າງຄວາມປະທັບໃຈຫຼາຍທີ່ງານມະໂຫລານປີນີ້ ດ້ວຍຜູ້ແທນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ ແລະໄດ້ນໍາເອົາລາຍການສະແດງທີ່ຟົດຟື້ນ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຊັ່ນ: ຕີກອງ, ຟ້ອນໃນລາຊະວັງເຫວ້, ຟ້ອນວີ... ພິເສດ ແຂກທ່ອງທ່ຽວປະທັບໃຈເມື່ອໄດ້ຊົມໝູ່ຟ້ອນຍິງໃນຊຸດເຊື້ອຍາວສີແດງປະເພນີສະແດງລາຍການຟ້ອນພື້ນເມືອງ ແລະຂັບຮ້ອງເພງ ຫວຽດນາມ.
ງານມະໂຫລານປີນີ້ ດໍາເນີນແຕ່ວັນທີ 25 ຫາວັນທີ 28 ພຶດສະພາ, ລວມມີ: ລາຍການຟ້ອນລຳດົນຕີ, ການສະແດງຊຸດອາພອນປະຈໍາເຜົ່າ, ງານວາງສະແດງ ຜະລິດຕະພັນຫັດຖະກໍາຂອງແຕ່ລະຊົນເຜົ່າ.
ໂດຍ: ໄຊຊະນະ