leftcenterrightdel
ການແນະນໍາປຶ້ມ “ຈາກບ້ານແຊນ ໄປຮອດທ່າກຳປັ່ນຍ່າຣົ່ງ” ຂອງ ສຈ. ປອ ຈີ່ງກວາງຝູ໊. ພາບ: hcmcpv.org.vn

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຖະໜົນປື້ມນະຄອນໂຮ່ຈີມິນ, ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ສົມທົບກັບພະແນກຖະແຫຼງຂ່າວ ແລະສື່ສານນະຄອນໂຮ່ຈີມິນ ຈັດຕັ້ງການໂອ້ລົມສົນທະນາແນະນໍາປຶ້ມ “ຈາກບ້ານແຊນ ໄປຮອດທ່າກຳປັ່ນຍ່າຣົ່ງ” ຂອງ ສຈ. ປອ ຈີ່ງກວາງຝູ໊. ປຶ້ມເຫຼັ້ມດັ່ງກ່າວແມ່ນການບັນທຶກເລື່ອງລາວທີ່ຕື້ນຕັນໃຈຂອງບາງຄົນທີ່ເຄີຍພົບປະກັບປະທານໂຮ່ຈີມິນ, ຫຼືບັນດາເລື່ອງລາວທີ່ສະແດງອອກໃຫ້ເຫັນຄວາມຮັກແພງຂອງພໍ່ແມ່ປະຊາຊົນ ແລະທະຫານພາກໃຕ້ຫວຽດນາມ ທີ່ມີຕໍ່ເພິ່ນ, ພ້ອມທັງໄດ້ພັນລະນາເຖິງອາລົມຈິດ, ຄວາມຮັກແພງ ແລະຄວາມຄິດຮອດຄິດເຖິງພາກໃຕ້ຫວຽດນາມ ຂອງລຸງໂຮ່. ປື້ມເຫຼັ້ມດັ່ງກ່າວ ເພື່ອປະກອບສ່ວນສຶກສາອົບຮົມມູນເຊື້ອຮັກຊາດໃຫ້ຄົນລຸ້ນຫຼັງ, ພິເສດແມ່ນລຸ້ນໜຸ່ມ, ຜ່ານປຶ້ມເຫຼັ້ມດັ່ງກ່າວນັ້ນຈະປະກອບສ່ວນຊຸກຍູ້ການປຸກລະດົມຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຢ່າງແຂງແຮງ.

leftcenterrightdel
ເປີດງານວາງສະແດງ “ປຶ້ມບັນທຶກປະຈຳວັນໃນຄຸກ - ຊັບສົມບັດຂອງຊາດ”. ພາບ: vov.vn

ໃນວັນດຽວກັນ, ຢູ່ແຂວງເທື່ອທຽນເຫ້ວ ກໍ່ໄດ້ດຳເນີນພິທີເປີດງານວາງສະແດງບັນດາເອກະສານ, ຮູບພາບ ແລະວັດຖຸພັນດ້ວຍຫົວຂໍ້ວ່າ “ປຶ້ມບັນທຶກປະຈຳວັນໃນຄຸກ - ຊັບສົມບັດຂອງຊາດ”. ງານວາງສະແດງຄັ້ງນີ້ ຈະແນະນໍາໃຫ້ຜູ້ຊົມໄດ້ຮັບຮູ້ກ່ຽວກັບແນວຄິດຈິດໃຈ ແລະພາບພົດຂອງຜູ້ນຳໂຮ່ຈີມິນທີ່ຍິ່ງໃຫຍ່, ເພິ່ນບໍ່ພຽງແຕ່ແມ່ນນັກການເມືອງເທົ່ານັ້ນ, ຫາກຍັງແມ່ນນັກວັດທະນະທໍາທີ່ຍິ່ງໃຫຍ່, ນັກກະວີທີ່ຍິ່ງໃຫຍ່ອີກດວ້ຍ.

ໃນໂອກາດນີ້, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ໄດ້ດຳເນີນບັນດາການເຄື່ອນໄຫວຖະຫວາຍທູບທຽນ, ດອກໄມ້ ເພື່ອສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ.

ໂດຍ: ທູຈາງ