ວັນທີ 19 ມີນາ, ຢູ່ບໍລິເວນຍ່າງເລາະເຂດໜອງຮວ່ານກ໋ຽມ ແລະເຂດອ້ອມຂ້າງ, ພະແນກວັດທະນະທໍາ ແລະກິລາຮ່າໂນ້ຍ ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ "ເວລາຟື້ນຊີບ", ສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະກັບຄືນມາຂອງຄະນະຜູ້ຕາງໜ້ານັກຮົບປະຕິວັດທີ່ຖືກສັດຕູກັກຂັງຢູ່ຮ່າໂນ້ຍ (3-1973/3-2023); 48 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2023). 

leftcenterrightdel
ໄຂງານວາງສະແດງຫົວເລື່ອງສະເພາະ "ເວລາຟື້ນຊີບ". ພາບ: hanoimoi.com.vn

ງານວາງສະແດງໄດ້ແນະນຳຮູບພາບ, ເອກະສານ  100 ຢ່າງ, ແບ່ງອອກເປັນ 3 ເນື້ອໃນ, ຄື: ເປີດປະຕູຄຸກ; ວັນໄຊຊະນະກັບຄືນມາ; ສືບຕໍ່ບົດເພງໄຊ. ງານວາງສະແດງຊ່ວຍຫວນຄືນເວລາປະຫວັດສາດອັນສະຫງ່າອົງອາດ ເພື່ອໃຫ້ຄົນລຸ້ນຫຼັງເຂົ້າໃຈ ແລະຮູ້ບຸນຄຸນຕໍ່ຄຸນງານຄວາມດີ, ການເສຍສະຫຼະອັນພິລະອາດຫານ ຂອງບັນດານັກຮົບປະຕິວັດທີ່ຖືກສັດຕູຈັບຕົວ, ກັກຂັງ; ເພື່ອທະນຸຖະໜອມຄຸນຄ່າຂອງເອກະລາດ ແລະອິດສະຫຼະພາບກວ່າອີກ.

ໂດຍ: ທະນາພອນ