“ການທ່ອງທ່ຽວຮ່າໂນ້ຍ ຕ້ອນຮັບປີ 2023 - Get on Ha Noi 2023” ເຊີນຊວນແຂກທ່ອງທ່ຽວມາຢາມນະຄອນຫຼວງ
ຕອນຄ່ຳວັນທີ 11 ມີນາ, ລາຍການ “ການທ່ອງທ່ຽວຮ່າໂນ້ຍ ຕ້ອນຮັບປີ 2023 - Get on Ha Noi 2023” ດ້ວຍຫົວຂໍ້ “ຮ່າໂນ້ຍ - ມາເພື່ອຮັກ” ໄດ້ຈັດຂຶ້ນຢູ່ຖະໜົນຍ່າງໜອງຮວ່ານກຽມ (ຮ່າໂນ້ຍ).
ລາຍການດັ່ງກ່າວ ໂດຍພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວນະຄອນຮ່າໂນ້ຍ ສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງຈັດຂຶ້ນເພື່ອແນໃສ່ໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວຮ່າໂນ້ຍທີ່ “ປອດໄພ - ສະໜິດສະໜົມ - ມີຄຸນນະພາບ - ຈັບອົກຈັບໃຈ”, ດຶງດູດແຂກທ່ອງທ່ຽວມາຢາມຮ່າໂນ້ຍ ໃຫ້ນັບມື້ນັບຫຼາຍຂຶ້ນ.
    |
 |
ລາຍການສະແດງສິລະປະທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ |
ລາຍການໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວຂອງຮ່າໂນ້ຍ ຜ່ານການປະສົມປະສານລະຫວ່າງດົນຕີ, ແສງສີ ແລະຮູບພາບ, ອັນໄດ້ສ້າງຄວາມປະທັບໃຈກ່ຽວກັບຮ່າໂນ້ຍ - ນະຄອນທີ່ເກົ່າແກ່ ແຕ່ເຕັມໄປດ້ວຍພະລັງແຮງໜຸ່ມ ແລະຄວາມຂະຫຍັນຂັນເຄື່ອນ.
ນີ້ແມ່ນເຫດການເປີດສາກໃນລະບົບ 50 ເຫດການ ທີ່ຈະດຳເນີນຢູ່ຮ່າໂນ້ຍ ໃນປີນີ້, ເປັນຕົ້ນແມ່ນ: ງານບຸນທ່ອງທ່ຽວຮ່າໂນ້ຍ 2023, ງານບຸນຂອງຕ້ອນທ່ອງທ່ຽວຮ່າໂນ້ຍ 2023, Festival ລະດູບານໃໝ່ຮ່າໂນ້ຍ.... ເພື່ອແນໃສ່ມຸ່ງໄປເຖິງການບັນລຸເປົ້າໝາຍ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວກວ່າ 22 ລ້ານເທື່ອຄົນ, ໃນນັ້ນມີກວ່າ 3 ລ້ານເທື່ອຄົນ ແມ່ນແຂກທ່ອງທ່ຽວສາກົນໃນປີ 2023 ນີ້.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ