leftcenterrightdel
ບັນຍາກາດທີ່ກອງປະຊຸມສົນທະນາ. ພາບ: daibieunhandan.vn

ມີບົດປະກອບຄໍາເຫັນ 31 ບົດໄດ້ສົ່ງເຖິງຄະນະຈັດຕັ້ງ ແລະມີບົດປະກອບຄໍາເຫັນ 10 ກວ່າບົດໄດ້ສະເໜີທີ່ກອງປະຊຸມ ໂດຍສຸມໃສ່ຢັ້ງຢືນຄຸນຄ່າຂອງໂຄງຮ່າງກ່ຽວກັບວັດທະນະທໍາຫວຽດນາມ ຕໍ່ການພັດທະນາວັນນະຄະດີ, ສິລະປະໃນແຕ່ລະສະໄໝ; ພັດທະນາພື້ນຖານວັນນະຄະດີ, ສິລະປະຕາມທິດກ້າວໜ້າ, ປະຊາທິປະໄຕ, ມະນຸດສາດ ແລະວິທະຍາສາດ; ສ້າງເງື່ອນໄຂ ເພື່ອໃຫ້ວັນນະຄະດີ ແລະສິລະປະພັດທະນາແບບຍືນຍົງ; ແກ້ໄຂສິ່ງກີດຂວາງກ່ຽວກັບກົນໄກຊຸກຍູ້ວັນນະຄະດີ ແລະສິລະປະພັດທະນາ...

ບັນດາບົດປະກອບຄໍາເຫັນທີ່ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າຄວນສຸມໃສ່ຄົ້ນຄວ້າ, ກໍ່ສ້າງ, ເພີ່ມເຕີມ ແລະປັບປຸງລະບົບທິດສະດີວັນນະຄະດີສິລະປະຫວຽດນາມ ໃຫ້ສົມບູນແບບ; ເສີມຂະຫຍາຍບົດບາດຂອງການວິຈານວັນນະຄະດີ, ສິລະປະ; ຄົ້ນພົບ, ກໍ່ສ້າງ, ບໍາລຸງ ແລະປັບປຸງສະພາບແວດລ້ອມແຫ່ງການປະດິດຄິດສ້າງໃຫ້ແກ່ນັກສິລະປິນ, ໂດຍສະເພາະແມ່ນຕ້ອງບໍາລຸງລ້ຽງຖັນແຖວຜູ້ສືບທອດ; ຍົກສູງກໍາລັງຄວາມສາມາດດ້ານຄວາມງາມຂອງມະຫາຊົນ, ໂດຍສະເພາະແມ່ນໄວໜຸ່ມ...

ໂດຍ: ທະນາພອນ