leftcenterrightdel
ພິທີໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 29 ມັງກອນ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ອານຟູ້, ເທດສະບານ ກິງມົນ, ແຂວງ ຫາຍເຢືອງ ໄດ້ໄຂງານບຸນລະດູບານໃໝ່ປີເຖາະ 2023 ເຊິ່ງເປັນການເຄື່ອນໄຫວປະຈຳປີເມື່ອບຸນປີໃໝ່ວຽນມາ.

ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ແທນ ແລະ ປະຊາຊົນໄດ້ເຂົ້າຮ່ວມການຖະຫວາຍທູບທຽນ ອາໄລຫາຢູ່ວິຫານ ກາວອານຟູ້. ໃນຄ່ຳຄືນວັນທີ 1 ກຸມພາ 2023, ຢູ່ວິຫານ ກາວອານຟູ້ ຈະຈັດພິທີສວດມົນພາວະນາຂໍໃຫ້ປະຊາຊົນມີຄວາມສະຫງົບສຸກ. ໃນວັນທີ 21 ແລະ 22 ກຸມພາ 2023, ຢູ່ວິຫານແຫ່ງນີ້ຈະດຳເນີນພິທີເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ ຂອງນັກສິລະປະການ  14 ຄົນຢູ່ຕ່າງແຂວງ ແລະ ແຂວງຫາຍເຢືອງ. 

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ