leftcenterrightdel
ບັນດາຜູ້ແທນເປັນເຈົ້າພາບຈັດຕັ້ງກອງປະຊຸມຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມຂ່າວແນະນໍາ ແລະດຳເນີນໂຄງການ, ທ່ານ Nicolas Warnery ໃຫ້ຮູ້ວ່າ ເປົ້າໝາຍຂອງໂຄງການແມ່ນຫັນການເຄື່ອນ ໄຫວຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງວັດທະນະທໍາຂອງຝຣັ່ງ ແລະຫວຽດນາມ ເປັນລະອຽດ, ເພື່ອແນໃສ່ເສີມຂະຫຍາຍ ແລະອະນຸລັກຮັກສາບັນດາມໍລະດົກທໍາມະຊາດ ແລະວັດທະນະທໍາຂອງຫວຽດນາມ. ໂຄງການໂດຍສະຖານທູດຝຣັ່ງ ປະຈໍາຫວຽດນາມ ປະສານງານ ແລະມີການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືສອງປະເທດ.

ໂຄງການໄດ້ຮັບເງິນອຸປະຖໍາແມ່ນ 18 ຕື້ດົ່ງ ສຳລັບໄລຍະ 2022-2024, ໃນນັ້ນ 14 ຕື້ດົ່ງ ແມ່ນຈາກລັດຖະບານຝຣັ່ງ ແລະຈະໄດ້ເພີ່ມເຕີມຈາກຄູ່ຮ່ວມມືອື່ນໆຂອງຝຣັ່ງ. ໂຄງການຈະອະນຸຍາດໃຫ້ຜັນຂະຫຍາຍບັນດາກິດຈະກໍາທີ່ຂຶ້ນກັບ 3 ຂົງເຂດ: ຝຶກອົບຮົມວິຊາການໃຫ້ຖັນແຖວປະຕິບັດງານໃນຂະແໜງພິພິທະພັນ ຢູ່ຫວຽດນາມ; ພັດທະນາບັນດາໂຄງການກໍ່ສ້າງກ່ຽວກັບ “ຂະແໜງອາຊີບພິພິທະພັນ” ໃນບັນດາມະຫາວິທະຍາໄລຢູ່ຫວຽດນາມ; ໜູນຊ່ວຍສ້າງບັນດາໂຄງການທົດລອງໃນການອະນຸລັກຮັກສາມໍລະດົກຢູ່ສາມພາກຂອງຫວຽດນາມ.

ໂດຍ: ທູຈາງ