leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາໄດ້ສະເໜີແນວຄວາມຄິດໃໝ່ຫຼາຍຢ່າງເພື່ອແນໃສ່ເສີມຂະຫຍາຍມໍລະດົກເອກະສານໃນສະໄໝລາດຊະວົງ ຫງວຽນ. ພາບ: ດັງມິງ

ບົດປະກອບຄໍາເຫັນຂອງບັນດານັກວິທະຍາສາດ, ນັກຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດ ໄດ້ສະເໜີແນວຄວາມຄິດໃໝ່ເພື່ອອະນຸລັກຮັກສາ, ຂຸດຄົ້ນ ແລະເສີມຂະຫຍາຍຄຸນຄ່າຂອງເອກະສານໃນສະໄໝລາຊະວົງ ຫງວຽນ - ມໍລະດົກເອກະສານໂລກ ທີ່ໄດ້ຮັບການຮັບຮອງຈາກ UNESCO ຄື: ຍູ້ແຮງການໂຄສະນາເຜີຍແຜ່ ແລະແນະນຳເອກະສານໃນສະໄໝລາຊະວົງ ຫງວຽນ ແລະເອກະສານສຳເນົາໃນພື້ນຖານດີຈີຕອນຜ່ານຫ້ອງອ່ານເໝືອນຈິງ (virtual), ງານວາງສະແດງທາງອອນລາຍ 2D ແລະ 3D; ຫັນບັນດາຮູບການສື່ສານເປັນຫຼາຍຮູບຫຼາຍແບບ, ໂດຍສະເພາະແມ່ນສື່ສັງຄົມອອນລາຍ; ເພີ່ມທະວີການແນະນໍາເອກະສານໃນສະໄໝລາຊະວົງ ຫງວຽນ ເຂົ້າໂຮງຮຽນ ເພື່ອຊ່ວຍໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງບັນດາເອກະສານປະຫວັດສາດ...

ໂດຍ: ທະນາພອນ