leftcenterrightdel
ພາບປະກອບ: Baodantoc.vn

ເປົ້າໝາຍຍຸດທະສາດແມ່ນສ້າງ ແລະພັດທະນາວັດທະນະທໍາ, ຊາວຫວຽດນາມ ຢ່າງຮອບດ້ານ, ສອດຄ່ອງກັບທ່າອ່ຽງໃນຍຸກສະໄໝ, ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດ - ສັງຄົມ ແລະມະນຸດຈາກໄພທຳມະຊາດ ແລະໂລກລະບາດ; ສ້າງສະພາບແວດລ້ອມວັດທະນະທໍາອັນດີງາມໃນທຸກຂົງເຂດຂອງຊີວິດສັງຄົມ; ຮັດແຄບຊ່ອງຫວ່າງທາງດ້ານວັດທະນະທຳລະຫວ່າງຕົວເມືອງ ແລະຊົນນະບົດເທື່ອລະກ້າວ, ສຸມໃສ່ພັດທະນາວັດທະນະທຳບັນດາເຜົ່າສ່ວນນ້ອຍ... ຮອດປີ 2030, ສູ້ຊົນໃຫ້ໄດ້ 100% ຫົວໜ່ວຍບໍລິຫານຂັ້ນແຂວງມີຄົບ 3 ຮູບການວັດທະນະທຳ ຄື: ສູນວັດທະນະທຳ ຫຼື ສູນວັດທະນະທໍາ-ສິລະປະ, ຫໍພິພິຕະພັນ, ຫໍສະໝຸດ; 100% ຫົວໜ່ວຍບໍລິຫານຂັ້ນເມືອງ ແລະຕາແສງ ມີສູນວັດທະນະທຳ ແລະກິລາ; ສູ້ຊົນໃຫ້ໄດ້ຢ່າງໜ້ອຍສຸດ 95% ເຂດປູຊະນີຍະສະຖານພິເສດແຫ່ງຊາດ ແລະປະມານ 70% ເຂດປູຊະນີຍະສະຖານແຫ່ງຊາດໄດ້ຮັບການບູລະນະ ແລະປະຕິສັງຂອນ; ມີຢ່າງໜ້ອຍສຸດ 5 ມໍລະດົກໄດ້ຮັບການຮັບຮອງຈາກອົງການ UNESCO... ນອກຈາກນັ້ນ, ຍຸດທະສາດຍັງເຕື້ອງເຖິງການສ້າງບາດກ້າວບຸກທະລຸໃນການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດວັດທະນະທໍາ ແລະສິລະປະ; ຍູ້ແຮງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະການຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທໍາ.

ໂດຍ: ທະນາພອນ