leftcenterrightdel
ຮູບພາບງານວາງສະແດງ "ບຸນໄຫວ້ພະຈັນປະເພນີ". ພາບ: qdnd.vn

ປີນີ້, ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ຍ້ອນເຫດນັ້ນບຸນໄຫວ້ພະຈັນຍິ່ງມີຄວາມພິເສດກວ່າ. ໃນສະພາບຮັກສາໄລຍະຫ່າງທາງສັງຄົມເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ຜ່ານທາງອອນລາຍ, ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ  ປາດຖະໜາຢາກໂຄສະນາເຖິງນັກທ່ອງທ່ຽວກ່ຽວກັບຄວາມໝາຍສໍາຄັນຂອງບຸນໄຫວ້ພະຈັນ. ຫົວຂໍ້ການວາງສະແດງ "ບຸນໄຫວ້ພະຈັນປະເພນີ" ຊ່ວຍໃຫ້ເດັກນ້ອຍ ແລະຍາດຕິພີ່ນ້ອງຂອງຕົນໄດ້ເຂົ້າຮ່ວມບຸນໄຫວ້ພະຈັນປະເພນີ, ດ້ວຍຄວາມປອດໄພ ແລະມີຄວາມເບີກບານມ່ວນຊື່ນ.

leftcenterrightdel
ຮູບພາບງານວາງສະແດງ "ບຸນໄຫວ້ພະຈັນປະເພນີ". ພາບ: qdnd.vn

ຜ່ານງານວາງສະແດງທາງອອນລາຍ, ຜູ້ຊົມສາມາດເຫັນໄດ້ຮູບພາບເຄື່ອງຫຼິ້ນໃນບຸນໄຫວ້ພະຈັນປະເພນີ.  ຍິ່ງໄປກວ່ານັ້ນ, ນັກທ່ອງທ່ຽວກໍ່ສາມາດເຂົ້າເຖິງເຄື່ອງຫຼິ້ນທີ່ໄດ້ຮັບການຟື້ນຟູຕາມຮູບເດີມໂດຍນັກສິລະປິນທີ່ມີສີມືດີຢູ່ຄຸ້ມຖະໜົນເກົ່າ ແລະໝູ່ບ້ານອາຊີບແຄມທັງລອງຜະລິດ.

leftcenterrightdel
ຮູບພາບງານວາງສະແດງ "ບຸນໄຫວ້ພະຈັນປະເພນີ". ພາບ: qdnd.vn

ງານວາງສະແດງ "ບຸນໄຫວ້ພະຈັນປະເພນີ" ທາງອອນລາຍ ຢູ່ທີ່ເວັບໄຊ: hoangthanhthanglong.vn ແລະ trungbayonline.hoangthanhthanglong.vn.

ໂດຍ: ທະນາພອນ