leftcenterrightdel
ຈາກທ່າກໍາປັ່ນອາເທິ໊ຍ, ກະເຊົ້າລອຍຟ້າຈະພານັກທ່ອງທ່ຽວທ່ຽວຊົມເຂດທະເລສີຂຽນປຽບເໝືອນເພັດມະນີ, ອ້ອມຮອບເກາະເຣີຍ ແລະເກາະເທີມ. ພາບ: Shutterstock.

ເກາະເພັດ ຝູກ໊ວກ ຂອງຫວຽດນາມ ເປັນຄັ້ງທໍາອິດໄດ້ລອດເຂົ້າໃນທອັບນີ້ຍ້ອນທຳມະຊາດທີ່ສວຍງາມພ້ອມກັບຄວາມສາມາດພັດທະນາກ່ອນ ແລະຫຼັງພະຍາດໂຄວິດ-19. ວາລະສານ Time ຂຽນວ່າ: “ໂດຍໄດ້ຮັບຂະໜານນາມວ່າແມ່ນ “ເພັດມະນີອັນລໍ້າຄ່າຂອງຫວຽດນາມ”, ຝູກ໊ວກ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ມີການພັດທະນາວ່ອງໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້: ປີ 2019, ຝູກ໊ວກ ໄດ້ດຶງດູດນັກທ່ອງທ່ຽວ 5 ລ້ານເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2018. ຄາດວ່າ  ເກາະຝູກ໊ວກ ຈະເປີດບໍລິການຮັບໃຊ້ນັກທ່ອງທ່ຽວສາກົນທີ່ໄດ້ສັກຢາກັນພະຍາດໂຄວິດ-19 ໃນລະດູໃບໄມ້ຫຼົ່ນ ແລະສືບຕໍ່ດຶງດູດນັກທ່ອງທ່ຽວດ້ວຍໄລຍະເວລາພັກເຊົາຖືກຍົກເວັ້ນວີຊາເຖິງ 30 ວັນ”.

ໂດຍ: ເຈິ່ນຮວ່ຽນ