ໃນລະຫວ່າງວັນທີ 16-18 ກໍລະກົດ, ຢູ່ໃຈກາງເທດສະບານເມືອງ La Plagne Tarentaise, ໜຶ່ງໃນບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຂຶ້ນກັບເຂດ Savoie ຢູ່ທາງທິດຕາເວັນອອກສ່ຽງໃຕ້ຝຣັ່ງ, ໄດ້ດໍາເນີນ Festival ຫວຽດນາມ ດ້ວຍຮູບພາບທີ່ເປັນເອກະລັກສະເພາະຂອງຊຸດເສື້ອຍາວ, ກຸບ ແລະອາຫານການກິນຫວຽດນາມ.

leftcenterrightdel
ເຊີດສິງໂຕທີ່ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝຣັ່ງ ເນັ້ນໜັກວ່າ: “ເລື່ອງຫວຽດນາມ ໄດ້ເລືອກໃຫ້ເປັນແຂກຖືກເຊີນກິດຕິມະສັກໜຶ່ງດຽວຄັ້ງທຳອິດຢູ່ງານບຸນລະດູແລ້ງ 2021 ຂອງເທດສະບານເມືອງໄດ້ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງທີ່ເພື່ອນມິດສະຫງວນໃຫ້ປະເທດພວກຂ້າພະເຈົ້າ, ກໍ່ຄືຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈທີ່ຫວຽດນາມ ມີ. ນີ້ກໍ່ແມ່ນສັນຍາລັກແຫ່ງການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຝຣັ່ງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນານໃນປີ 2013 ເລິກເຊິ່ງກວ່າອີກ”.

ສ່ວນ ທ່ານ Jean-Luc Boch ເຈົ້າຄອງເທດສະບານເມືອງ ກໍ່ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຈັດຕັ້ງເຫດການ Festival ຫວຽດນາມ ຢູ່ເທດສະບານເມືອງ La Plagne Tarentaise. ທ່ານປະທັບໃຈທີ່ສຸດກ່ຽວກັບວັດທະນະທໍາທີ່ຫຼາຍຮູບຫຼາຍແບບຂອງປະເທດຫວຽດນາມ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ແນະນໍາຢູ່ La Plagne Tarentaise ແລະທ່ານແບ່ງປັນວ່າຢາກຮ່ວມສໍາພັນ, ຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການຄ້າ ແລະການທ່ອງທ່ຽວ.

ເນື່ອງໃນໂອກາດນີ້, ສູນວັດທະນະທໍາຫວຽດນາມ ປະຈໍາຝຣັ່ງ ກໍ່ໄດ້ຈັດຕ້ັງງານວາງສະແດງຮູບພາບແນະນໍາປະເທດຊາດ ແລະຊາວຫວຽດນາມ. 

ໂດຍ: ຈາງຫງວຽນ