leftcenterrightdel
ພາບປະກອບຄັດຈາກ: daibieunhandan.vn.

ນັບແຕ່ປີ 2017, ຂໍ້ລິເລີ່ມ "ວັນອອກແບບ ອີຕາລີ" ຂອງກະຊວງການຕ່າງປະເທດ ແລະຮ່ວມມືສາກົນອີຕາລີ ພ້ອມກັບ Fondazione Compasso d’Oro ແລະ The Triennale di Milano ໄດ້ຮັບການສະໜັບສະໜູນຢູ່ຫຼາຍປະເທດໃນໂລກ, ໃນນັ້ນ ມີຫວຽດນາມ. ແຕ່ລະປີ, ທູດດ້ານວັດທະນະທຳ 100 ຄົນຢູ່ 100 ນະຄອນຈະແບ່ງປັນ, ແລກປ່ຽນ ແລະພ້ອມກັບຜູ້ນິຍົມສິລະປະ, ຜູ້ອອກແບບ, ນັກສະຖາປານິກ, ນັກວາງແຜນທັດສະນີຍະພາບ, ພັດທະນາຕົວເມືອງຢູ່ປະເທດເຊິ່ງຊອກໄດ້ຄຳຕອບຕ່າງໆກ່ຽວກັບຮູບແບບໂລກໃນອະນາຄົດ, ການພັດທະນາແບບຍືນຍົງ. ປີນີ້, ນັກສະຖາປານິກ Massimo Roj, ທູດຂອງ "ວັນອອກແບບ ອີຕາລີ" ຄັ້ງທີ 5 ຈະເຂົ້າຮ່ວມຜ່ານລະບົບທາງໄກຈາກມິລານ, ສະໜອງໃຫ້ນັກສະຖາປານິກໜຸ່ມຫວຽດນາມ ແລະມະຫາຊົນທັດສະນະສັງລວມກ່ຽວກັບທ່າອ່ຽງ ແລະມາດຕະການໃຫ້ບັນດາໂຄງການຟື້ນຟູຕົວເມືອງຢູ່ອີຕາລີ, ຫວຽດນາມ ກໍ່ຄືຢູ່ໃນທົ່ວໂລກ.

ໂດຍ: ເຈິ່ນຮວ່ຽນ