ດ້ວຍຫົວຂໍ້ວ່າ “ຮວາລື-ກຸງເກົ່າໜຶ່ງພັນປີ”, ພິທີໄຂປີທ່ອງທ່ຽວແຫ່ງຊາດ 2021 ຄາດວ່າຈະຈັດຂຶ້ນໃນຕອນຄໍ່າວັນທີ 20 ເມສາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດຮວາລື, ຕາແສງເຈື່ອງອຽນ, ເມືອງຮວາລື.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ໃນປີ 2021 ມີ 38 ກິດຈະກຳຈະໄດ້ຈັດຂຶ້ນຢູ່ນີງບິ່ງ; 104 ເຫດການໂດຍ 27 ແຂວງ ແລະນະຄອນອື່ນໆຈັດຂຶ້ນ. ຢູ່ນີງບິ່ງ ຈະມີງານບຸນວັດທະນະທຳ ແລະທ່ອງທ່ຽວພິເສດ, ຄື: ງານບຸນກຸງເກົ່າຮວາລື, ງານບຸນຈ່າງອານ, ງານບຸນວັດບ໊າຍດິ໋ງ, ສັບປະດາກຸ໊ກເຟືອງແຫ່ງປ່າດົງຕຶບໜາ...; ງານຕະຫຼາດນັດ, ງານວາງສະແດງການຄ້າ, ການທ່ອງທ່ຽວ... ນີງບິ່ງ ໄດ້ສຸມໃສ່ແຫຼ່ງກຳລັງລົງທຶນເຂົ້າໃນການບໍລິການຜະລິດຕະພັນໃໝ່ຈຳນວນໜຶ່ງເພື່ອຮັບໃຊ້ນັກທ່ອງທ່ຽວ, ຄື: ວັດຄໍາ, ວັດເງິນ; ສູນອະນຸລັກຮັກສາໂຕໝີ, ສວນສາທາລະນະສັດປ່າແຫ່ງຊາດ; ຫາດຊາຍກົ່ນໂນ໊ຍ...

ໂດຍ: ທະນາພອນ