ລາງວັນທ່ອງທ່ຽວໂລກ (WTA) 2019 ໄດ້ຈັດຕັ້ງຢູ່ຟຸກ໊ວກໃນຕອນຄໍ່າວັນທີ 12 ຕຸລາ ແນໃສ່ເຊີດຊູບັນດາຕົວແທນທີ່ມາຈາກພາກພື້ນອາຊີ-ປາຊີຟິກ. ປີນີ້ຂະແໜງທ່ອງທ່ຽວຫວຽດນາມ ໄດ້ມີໜ້າຢູ່ 4 ລາຍການແຖວໜ້າອາຊີ ລວມມີສະຖານທີ່ທ່ອງທ່ຽວ, ອາຫານການກິນ, ວັດທະນະທໍາ ແລະນະຄອນວັດທະນະທໍາ (ໂຮ້ຍອານ).

leftcenterrightdel
ໂຮ້ຍອານ. ພາບ: kenh14.vn.

ທ່ານ ຫງວຽນຈູ່ງແຄ໊ງ ຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຖືວ່າ, ນີ້ແມ່ນລາງວັນເປັນໜ້າເອກອ້າງທະນົງໃຈໃຫ້ບັນດາຜູ້ເຮັດວຽກງານທ່ອງທ່ຽວ. ລາງວັນໄດ້ຢັ້ງຢືນຖານະບົດບາດຂອງຂະແໜງທ່ອງທ່ຽວຫວຽດນາມ ຢູ່ພາກພື້ນ ແລະໃນໂລກ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງທ່ອງທ່ຽວຫວຽດນາມ ສົ່ງເສີມການໂຄສະນາຢ່າງແຮງໃນໄລຍະຈະມາເຖິງ.

ນອກຈາກນັ້ນ, ຍັງມີບັນດາເຂດລະຫຼີ້ນບັນເທີງ, resort, ໂຮງແຮມ ແລະspa ຂອງຫວຽດນາມ ກໍ່ໄດ້ຮັບການເຊີດຊູຈາກ WTA 2019 ຢູ່ຫຼາຍລາຍການລະດັບຊາດ ແລະພາກພື້ນ, ຄື: Hotel de la Coupole MGallery by Sofitel, FLC Halong Bay Golf Club & Luxury Resort, InterContinental Danang Sun Peninsula Resort... Vietravel ແມ່ນບໍລິສັດທ່ອງທ່ຽວໜຶ່ງດຽວຂອງຫວຽດນາມ ໄດ້ຮັບການເຊີດຊູຢູ່ 3 ລາຍການ: ນັກບໍລິຫານ tour ແຖວໜ້າອາຊີ ແລະຫວຽດນາມ; ບໍລິສັດທ່ອງທ່ຽວແຖວໜ້າຫວຽດນາມ.

ໂດຍ: ຄໍາແພງ