ຕອນຄ່ຳວັນທີ 3 ກັນຍາ, ງານມະໂຫລານຮູບເງົາ ອາຊຽນ+3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Prague, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ, ລວມມີ: ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ເຫດການແມ່ນເພື່ອປະກອບສ່ວນສ້າງຄວາມເຂົ້າໃຈ, ສ້າງຂົວເຊື່ອມຕໍ່ລະຫວ່າງບັນດາພື້ນຖານວັດທະນະທຳຕື່ມອີກ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນໃນສະພາບການພົວພັນຮ່ວມມືລະຫວ່າງ ສ.ເຊັກໂກ ແລະບັນດາປະເທດອາຊີ ພວມພັດທະນາຢ່າງຕັ້ງໜ້າ.

leftcenterrightdel
ຜູ້ແທນເຂົ້າຮ່ວມງານມະໂຫລານ. ພາບ: vovworld.vn

ເຂົ້າຮ່ວມງານມະໂຫລານຮູບເງົາຄັ້ງນີ້, ຫວຽດນາມ ໄດ້ສາຍຮູບເງົາ 2 ເລື່ອງ, ຄື: “ດອກຄ້າຍ, ເຝີ ແລະເປຍໂນ”, ແມ່ນຮູບເງົາປະຫວັດສາດກ່ຽວກັບຫົວຂໍ້ສົງຄາມ, ສົ່ງສານມີຈິດໃຈອົງອາດກ້າແກ່ນ ແລະນ້ຳໃຈຂອງຊາວຮ່າໂນ້ຍ. ຕໍ່ຈາກນັ້ນແມ່ນຮູບເງົາ “ໂຮງຮຽນລະດູແລ້ງ, 2021” ສົ່ງສານກ່ຽວກັບບັນດາຄຸນຄ່າຂອງຄອບຄົວໃນການດຳລົງຊີວິດຂອງຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.

ແຫຼ່ງຄັດຈາກ vovworld.vn