ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ແລະ 60 ປີແຫ່ງວັນມູນເຊື້ອກອງພົນທີ 9 (2-9-1965 / 2-9-2025).

leftcenterrightdel
ພະນັກງານ, ນັກຮົບກອງພົນທີ 9 ຢ້ຽມຊົມງານວາງສະແດງ. ພາບ: qdnd.vn

ຜ່ານບັນດາຮູບພາບ, ເອກະສານ ແລະວັດຖຸພັນຕ່າງໆ, ຜູ້ຊົມໄດ້ມີໂອກາດເບິ່ງຄືນປະຫວັດສາດອັນສະຫງ່າອົງອາດ, ເຫັນໄດ້ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ບົດບາດນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ປະທານ ໂຮ່ຈີມິນ, ຢືນຢັນຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງຕັດສິນໃຈຂອງກອງທັບ ແລະປະຊາຊົນຫວຽດນາມໃນພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ. ພ້ອມທັງ, ຫວນຄືນມູນເຊື້ອອັນສະຫງ່າລາສີ ແລະບັນດາວິລະກໍາອັນສະຫງ່າອົງອາດຂອງກອງພົນທີ 9 ໃນຊຸມປີແຫ່ງການຕໍ່ຕ້ານ ແລະໃນໄລຍະສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ທ່ານພັນເອກພິເສດ ຟ້າມວັນຮົ່ງ, ຮອງຫົວໜ້າການເມືອງກອງພົນທີ 9 ໃຫ້ຮູ້ວ່າ: “ງານວາງສະແດງແມ່ນໂອກາດເພື່ອໃຫ້ຄົນລຸ້ນຫຼັງ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການອຸທິດສ່ວນຂອງລຸ້ນພໍ່ລຸ້ນອ້າຍ; ພ້ອມທັງ, ສຶກສາອົບຮົມ, ເສີມສ້າງຄວາມພາກພູມໃຈ, ຄວາມຮັບຜິດຊອບ, ຄວາມຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບ, ສືບຕໍ່ຮັກສາມູນເຊື້ອ “ສາມັກຄີ, ສະຫງຽມຄ່ຽມຄົມ, ພິລະອາດຫານ, ຫົວຄິດປະດິດສ້າງ, ໄດ້ໄປແມ່ນຕີເອົາຊະນະ, ຕໍ່ສູ້ແມ່ນເຮັດຢ່າງຂາດຂັ້ນ”, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ງານວາງສະແດງ ຍັງປະກອບສ່ວນແຜ່ຂະຫຍາຍຮູບພາບອັນດີງາມຂອງພະນັກງານ, ນັກຮົບກອງພົນທີ 9 ຢູ່ໃນໃຈປະຊາຊົນ.

ໂດຍ: ຈາງຫງວຽນ