ວັນບຸນວັດທະນະທຳ ຊົນເຜົ່າຈຳຄັ້ງທີ VI ປີ 2025 ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຈຳ ໃນສັງກາດໃໝ່” ຈະດຳເນີນຢູ່ແຄ້ງຮ່ວາ ແຕ່ວັນທີ 17 - 19 ຕຸລາ. ວັນບຸນມີການເຂົ້າຮ່ວມຂອງ 6 ແຂວງ, ນະຄອນ ລວມມີ: ແຄ້ງຮ່ວາ, ຢາລາຍ, ດັກລັກ, ເລິມດົ່ງ, ອານຢາງ ແລະນະຄອນ ໂຮ່ຈີມິນ.

leftcenterrightdel
ການຟ້ອນວີຂອງຊົນເຜົ່າຈຳ. ພາບ: vov.vn

ໃນຂອບເຂດວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະການທ່ອງທ່ຽວ ຄື: ລາຍການສະແດງສິລະປະມວນຊົນ, ລາຍການສະແດງບັນດາທຳນອງພື້ນເມືອງ, ການຟ້ອນ, ດົນຕີ, ເສບເຄື່ອງດົນຕີພື້ນເມືອງເຜົ່າຈຳ ຂອງທ້ອງຖິ່ນ, ລາຍການສະແດງຊຸດອາພອນເຜົ່າຈຳ… ເນື່ອງໃນໂອກາດນີ້, ແຄ້ງຮ່ວາ ກໍ່ຈັດຕັ້ງຫຼາຍການເຄື່ອນໄຫວ ຄື: ກອງປະຊຸມສຳມະນາເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຊົນເຜົ່າຈຳ ໃນການພັດທະນາການທ່ອງທ່ຽວ, ການແຂ່ງຂັນສະແດງທັກສະການທ່ອງທ່ຽວຊຸມຊົນ, ບັນດາການເຄື່ອນໄຫວກິລາ ແລະການລະຫຼິ້ນພື້ນເມືອງຂອງຊົນເຜົ່າຈຳ…

ວັນບຸນແມ່ນເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດປະເທດຫວຽດນາມ ທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ, ມີຄວາມເປັນເອກະພາບ ແລະຄວາມກົມກຽວລະຫວ່າງບັນດາເຜົ່າ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ທີ່ມີຕໍ່ວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າຈຳ, ພ້ອມທັງຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃນວຽກງານກໍ່ສ້າງ ແລະພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງຂອງປະເທດຊາດ.

 ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ