ລາຍການດັ່ງກ່າວໄດ້ເນັ້ນໜັກເຖິງ 5 ປັດໄຈແກ່ນສານຂອງສິນທຳກະຕັນຍູໃນຊີວິດຍຸກປະຈຸບັນ, ພ້ອມທັງຍ້ອງຍໍສັນລະເສີນຈິດໃຈປົກປັກຮັກສາອະທິປະໄຕອັນສັກສິດຂອງຊາດໃນປັດຈຸບັນ ແລະຕະຫຼອດການ; ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າມະນຸດຊາດ - ກົດເກນເຫດ ແລະຜົນອັນດີງາມຂອງສິນທຳກະຕັນຍູໃນສັງຄົມ. ເມື່ອກ່າວຄຳເຫັນນະທີ່ນີ້, ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະການສື່ສານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຊີ້ແຈ້ງວ່າ:

leftcenterrightdel
ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ. ພາບ: VOV5

“ລາຍການ “ງານບຸນຫໍ່ເຂົ້າປະດັບດິນ - ສິນທຳກະຕັນຍູ ແລະຊົນຊາດ” ຈາກການເຄື່ອນໄຫວປະຈຳປີ ໄດ້ກາຍການແຜ່ຂະຫຍາຍສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ປັດຈຸບັນນີ້, ງານບຸນຫໍ່ເຂົ້າປະດັບດິນ ບໍ່ພຽງແຕ່ຢຸດຢູ່ພິທີກຳເທົ່ານັ້ນ, ຫາກຍັງໄດ້ຝັງເລິກໃນຈິດສຳນຶກ, ຄວາມຮັກຂອງມະນຸດ, ກາຍເປັນແບບວິຖີດຳລົງຊີວິດ, ຈັງຫວະຫາຍໃຈ, ເປັນສາຍເລືອດໃຫ້ຫົວໃຈ ຫວຽດນາມ, ເຊື່ອມຕໍ່ກັບລ້ານຫົວໃຈ, ແຜ່ຂະຫຍາຍຄວາມກະຕັນຍູໄປສູ່ທຸກແຖບຖິ່ນ”.

ໂດຍ: ກວຽດເຕິມ