ຂັບຊວານ ຝູທໍ້ ໄດ້ຮັບການຕອບຮັບຢ່າງສຸດໃຈທີ່ງານວາງສະແດງຜົນງານຂອງປະເທດ
ເຂດວາງສະແດງຂອງແຂວງ ຝູທໍ້ ດ້ວຍຫົວຂໍ້ວ່າ “ຝູທໍ້ - 80 ປີແຫ່ງການພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ເຊື່ອມໂຍງ” ໄດ້ດຶງດູດມະຫາຊົນມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍລາຍການສະແດງຂັບຊວານ.
ບໍ່ພຽງແຕ່ແນະນຳກ່ຽວກັບວັດຖຸພັນປະຫວັດສາດ, ຜົນງານດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ເຂົ້າຮ່ວມງານວາງສະແດງຜົນງານຂອງປະເທດ ທີ່ພວມຈັດຂຶ້ນຢູ່ສູນງານຕະຫຼາດນັດວາງສະແດງແຫ່ງຊາດ (ຕາແສງດົງແອັງ, ຮ່າໂນ້ຍ) ເທົ່ານັ້ນ, ແຂວງ ຝູທໍ້ ຍັງນຳເອົາບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ສ່ອງແສງຈຸດຄວາມງາມດ້ານວັດທະນະທຳຂອງທ້ອງຖິ່ນມາສູ່ມະຫາຊົນມາຢ້ຽມຊົມອີກດ້ວຍ. ເຂດວາງສະແດງຂອງແຂວງຝູທໍ້ ດ້ວຍຫົວຂໍ້ວ່າ “ຝູທໍ້ - 80 ປີແຫ່ງການພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ເຊື່ອມໂຍງ” ໄດ້ດຶງດູດມະຫາຊົນມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍລາຍການສະແດງຂັບຊວານ, ຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງຝູທໍ້. ລາຍການສະແດງການຂັບຊວານ ໄດ້ຮັບການຕອບຮັບຈາກຂອງຜູ້ເຂົ້າມາຢ້ຽມຊົມງານວາງສະແດງເປັນຈຳນວນຫຼາຍ. ຜູ້ຊົມຄົນໜຶ່ງແບ່ງປັນວ່າ:
    |
 |
ລາຍການສະແດງຂັບ ຊວານ. ພາບ: vovworld.vn |
“ຂ້າພະເຈົ້າ ເຫັນວ່າ, ລາຍການສະແດງຂັບ ຊວານ ມ່ວນຫຼາຍ, ເປັນເອກະລັກສະເພາະ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຂ້າພະເຈົ້າ. ເມື່ອບັນດານັກສິລະປິນສະແດງ, ຂ້າພະເຈົ້າ ໄດ້ມີຄວາມຮູ້ສຶກຕໍ່ສີສັນວັດນະທຳຂອງເຂດດິນແດນຝູທໍ້ ຢ່າງເລິກເຊິ່ງກວ່າ”.
ແຫຼ່ງຄັດຈາກ vovworld.vn