ໄຂງານວາງສະແດງ ດ້ວຍຫົວຂໍ້ “ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ”
ກປ.ອອນໄລ - ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວ ໄດ້ປະກາດໃຊ້ລັດຖະບັນຍັດ ເລກທີ 17 ວ່າດ້ວຍການສ້າງຕັ້ງຂະບວນການທົ່ວປວງຊົນລົບລ້າງການກືກໜັງສື, ເປີດສາກໃຫ້ແກ່ຂະບວນການຮ່ຳຮຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ, ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ໄຂງານວາງສະແດງ ດ້ວຍຫົວຂໍ້ “ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ”.
    |
 |
ພິທິໄຂງານວາງສະແດງດ້ວຍຫົວຂໍ້ “ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ”. ພາບ: VOV |
ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວ ໄດ້ປະກາດໃຊ້ລັດຖະບັນຍັດ ເລກທີ 17 ວ່າດ້ວຍການສ້າງຕັ້ງຂະບວນການທົ່ວປວງຊົນລົບລ້າງການກືກໜັງສື, ເປີດສາກໃຫ້ແກ່ຂະບວນການຮ່ຳຮຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ປະຊາຊົນນັບລ້ານຄົນໃນທຸກແຖບຖິ່ນຂອງທົ່ວປະເທດ, ບໍ່ວ່າຈະອາຍຸເທົ່າໃດ, ຊົນຊັ້ນໃດ, ກໍ່ລ້ວນແຕ່ເຂົ້າຮ່ວມຮຽນໜັງສື ຄືການກະທຳຮັກຊາດ. ຂະບວນການ ດ້ວຍຫົວຂໍ້ “ທົ່ວປວງຊົນລົບລ້າງການກືກໜັງສື ໄດ້ກາຍເປັນທວນໄຟປະກາຍແຈ້ງພູມປັນຍາ, ຫຼໍ່ຫຼອມຈິດໃຈເອກະລາດ ແລະຄວາມມຸ່ງຫວັງພັດທະນາໃຫ້ແກ່ທົ່ວປວງຊົນ. ທ່ານ ຫງວຽນວັນດວ່ານ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:
ການປະຕິວັດເດືອນສິງຫາ 1945 ແມ່ນຂີດໝາຍພົ້ນເດັ່ນຂອງຊາດຫວຽດນາມ, ເປີດສັງກາດເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ນັບແຕ່ຈຸດເວລານັ້ນ, ປະທານໂຮ່ຈີມິນ ໄດ້ເລີ່ມຕົ້ນຂະບວນກການທົ່ວປວງຊົນລົບລ້າງໄພກືກໜັງສື, ສະແດງໃຫ້ເຫັນວິໄສທັດອັນເລິກເຊິ່ງກວ້າງຂວາງ ແລະຄວາມມຸ່ງຫວັງພັດທະນາປະເທດຊາດ. ຂະບວນການທົ່ວປວງຊົນລົບລ້າງການກືກໜັງສື ບໍ່ພຽງແຕ່ແມ່ນການຂົນຂວາຍຮ່ຳຮຽນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນການປຸກລຸກຈິດໃຈພົນລະເມືອງ, ຈິດໃຈບືນຕົວຂຶ້ນ ແລະຈິດໃຈສາມັກຄຂອງຊາດ ອີກດ້ວຍ.
ໂດຍ: ກວຽດເຕິມ