ພິທີປະກາດມໍລະດົກວັດທະນະທຳໂລກ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ
ຕອນຄ່ຳວັນທີ 17 ສິງຫາ, ຢູ່ແຂວງ ກວາງນິງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມພິທີປະກາດຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກໂລກ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ເຊິ່ງ UNESCO ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ.
ວັນທີ 12 ກໍລະກົດ ຜ່ານມາ, ອົງການ UNESCO ໄດ້ຮັບຮອງເອົາກຸ່ມຮ່ອງຮອຍມໍລະດົກ ແລະ ປູຊະນີຍະສະຖານ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ເປັນມໍລະດົກວັດທະນະທຳໂລກ ຢ່າງເປັນທາງການ. ນີ້ແມ່ນມໍລະດົກວັດທະນະທຳໂລກແບບເປັນກຸ່ມລະບົບແຫ່ງທຳອິດ, ລວມມີ 12 ສະຖານທີ່, ກຸ່ມຮ່ອງຮອຍມໍລະດົກພົ້ນເດັ່ນຢູ່ບໍລິເວນຂອງ 3 ທ້ອງຖິ່ນ: ກວາງນິງ, ຫາຍຟ່ອງ, ບັກນິງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີປະກາດ. ພາບ: chinhphu.vn |
ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ຟ້າມມິງຈິ໊ງ ໄດ້ຂອບໃຈ UNESCO, ບັນດາອົງການສາກົນ ແລະ ປະເທດສະມາຊິກທີ່ໄດ້ສະໜັບສະໜູນກຸ່ມເຂດປູຊະນີຍະສະຖານ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສ້າງ ແລະເພີ່ມເຕີມເອກະສານດ້ານກົດໝາຍ, ກົດລະບຽບ, ຂໍ້ກຳນົດລະດັບຊາດ ແລະ ຂັ້ນແຂວງໃຫ້ສຳເລັດ ເພື່ອສາມາດອະນຸລັກຮັກສາໃຫ້ແກ່ມໍລະດົກໂລກລະຫວ່າງແຂວງ.
“ຜູກມັດບັນດາການອະນຸລັກຮັກສາ ແລະເສີມຂະຫຍາຍມໍລະດົກໂລກ ໃນການສາຍສຳພັນຢ່າງແໜ້ນແຟ້ນກັບມໍລະດົກວັດທະນະທຳທີ່ເປັນວັດຖຸ, ມໍລະດົກວັດທະນະທຳບໍ່ເປັນວັດຖຸອື່ນຢູ່ພາກພື້ນ. ບໍ່ພຽງແຕ່ຢຸດຢູ່ການເຊື່ອມຕໍ່ມໍລະດົກເທົ່ານັ້ນ, ຫາກຍັງເສີມຂະຫຍາຍບັນດາມໍລະດົກໂລກເພື່ອພັດທະນາບັນດາຜະລິດຕະພັນທ່ອງທ່ຽວ ເພື່ອໃຫ້ມໍລະດົກມີຊີວິດຍຸກສະໄໝທີ່ມີຊີວິດຊີວາ ແລະກວ້າງກວ່າ, ຕ້ອງເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ໃນການເຄື່ອນໄຫວດ້ານການທ່ອງທ່ຽວ ແລະ ໃນການດຳລົງຊີວິດອີກດ້ວຍ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ