ຫວຽດນາມ ນອນໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວແຖວໜ້າ 10 ແຫ່ງ ຂອງແຂກທ່ອງທ່ຽວ ອົດສະຕາລີ
ຫວຽດນາມ ຢືນອັນດັບທີ 9 ໃນບັນຊີລາຍຊື່ດັ່ງກ່າວ, ດ້ວຍຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແມ່ນກວ່າ 490.000 ເທື່ອຄົນ
ອາຊີ ພວມລື່ນກາຍ ອາເມລິກາ ກາຍເປັນສະຖານທີ່ມັກຮັກຂອງແຂກທ່ອງທ່ຽວອົດສະຕາລີ, ເມື່ອຈຳນວນແຂກທ່ອງທ່ຽວໄປທ່ອງທ່ຽວຢູ່ບັນດາປະເທດອາຊີ ໄດ້ເພີ່ມຂຶ້ນຢ່າງແຮງ. ໃນນັ້ນ, ແຂກທ່ອງທ່ຽວອົດສະຕາລີ ໄດ້ເລືອກເອົາໄປຢ້ຽມຢາມຫວຽດນາມ ນັບມື້ນັບຫຼາຍ ແລະຫວຽດນາມ ກໍ່ນອນໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວແຖວໜ້າ 10 ແຫ່ງຂອງແຂກທ່ອງທ່ຽວ ອົດສະຕາລີ.
ຕາມອົງການສະຖິຕິອົດສະຕາລີ ແລ້ວ, ໃນປີຜ່ານມາ, ແຂກທ່ອງທ່ຽວ ອົດສະຕາລີ ໄດ້ເລືອກເອົາໄປທ່ອງທ່ຽວຢູ່ ອິນໂດເນເຊຍ ຫຼາຍທີ່ສຸດ ດ້ວຍກວ່າ 1,7 ລ້ານເທື່ອຄົນ. ຖັດຈາກນັນແມ່ນ ນິວຊີແລນ ດ້ວຍຈຳນວນແຂກທ່ອງທ່ຽວກວ່າ 1,4 ລ້ານເທື່ອຄົນ. ຢືນອັນດັບທີ 3 ແມ່ນ ຍີ່ປຸ່ນ ດ້ວຍຈຳນວນກວ່າ 910.000 ເທື່ອຄົນ ແລະ ອາເມລິກາ ຕົກຈາກອັນດັບທີ 3 ລົງມາອັນດັບທີ 4 ດ້ວຍຈຳນວນແຂກທ່ອງທ່ຽວເກືອບ 750.000 ເທື່ອຄົນ ແລະ ຢືນອັນດັບທີ 5 ແມ່ນ ຈີນ. ຫວຽດນາມ ຢືນອັນດັບທີ 9 ໃນບັນຊີລາຍຊື່ດັ່ງກ່າວ, ດ້ວຍຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແມ່ນກວ່າ 490.000 ເທື່ອຄົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ