ທ່ານ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ; ທ່ານ ຫງວຽນແມ້ງຮຸ່ງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ເຂົ້າຮ່ວມພິທີໄຂ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: ບັນດາລາຍການເຄື່ອນໄຫວ ແລະເຫດການຊົມເຊີຍວັນວັດທະນະທຳການອ່ານປຶ້ມຫວຽດນາມ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ກໍ່ຄືໃນທົ່ວປະເທດ, ໄດ້ປະກອບສ່ວນເສີມຂະຫຍາຍຈຸດຄວາມງາມວັດທະນະທໍາທີ່ເປັນມູນເຊື້ອ, ສົ່ງເສີມ ແລະພັດທະນາຂະບວນການອ່ານປຶ້ມໃນວົງຄະນະຍາດຊຸມຊົນ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ທ່ານ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງ, ຄະນະ, ກະຊວງ, ຂະແໜງຍູ້ແຮງວຽກງານໂຄສະນາ, ສຶກສາ ແລະຍົກສູງຄວາມຮັບຮູ້ໃນລະບົບການເມືອງ ແລະທົ່ວສັງຄົມກ່ຽວກັບທີ່ຕັ້ງ, ຄວາມໝາຍ, ຄວາມສໍາຄັນຂອງປຶ້ມ ແລະວັດທະນະທຳການອ່ານ. ທຸກຂັ້ນຕ້ອງສຸມໃສ່ລົງທຶນ, ໜູນຊ່ວຍສ້າງຕັ້ງສະຖາບັນ, ການເຄື່ອນໄຫວສົ່ງເສີມການອ່ານໃນລະບົບໂຮງຮຽນ, ອົງການ, ຫົວໜ່ວຍເພື່ອສ້າງຄວາມລື້ງເຄີຍໃນການອ່ານປຶ້ມໃຫ້ປະຊາຊົນທຸກຊັ້ນຄົນ; ສົ່ງເສີມແບບຢ່າງທີ່ດີໃນການອ່ານ, ຄົ້ນຄວ້າ ແລະນຳໃຊ້ຄວາມຮູ້ຈາກປຶ້ມເຂົ້າສູ່ການດຳລົງຊີວິດຕົວຈິງ; ເພີ່ມທະວີການຂົນຂວາຍປະດິດແຕ່ງປຶ້ມ, ວັນນະກຳ, ໂຄງການທີ່ມີຄຸນຄ່າສູງທາງດ້ານແນວຄິດ, ວິທະຍາສາດ, ການສຶກສາ, ວັດທະນະທຳ, ຮັບໃຊ້ຄວາມຕ້ອງການຂອງຜູ້ອ່ານໃຫ້ນັບມື້ນັບມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ; ຍູ້ແຮງການຫັນເປັນດີຈີຕອນໃນການຈັດພິມ; ຂຸດຄົ້ນການຈັດພິມໃນຮູບແບບໃໝ່; ເປີດກວ້າງການພົວພັນພົບປະແລກປ່ຽນ, ການຮ່ວມມື, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກ່ຽວກັບປຶ້ມສາກົນ.

ໂດຍ: ຈາງຫງວຽນ