ເຂົ້າຮ່ວມກອງປະຊຸມມີບັນດາສະຫາຍ: ຫງວຽນຈ້ອງເຫງັຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ເຈິ່ນລຶວກວາງ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາອົງການສື່ມວນຊົນຂັ້ນສູນກາງ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ອົງການຮັບຜິດຊອບສື່ມວນຊົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມແລກປ່ຽນວຽກງານສື່ມວນຊົນຕົ້ນລະດູບານໃໝ່ປີມະໂລງ 2024. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ອົງການສື່ມວນຊົນແຫ່ງຕ່າງໆ ຕ້ອງມີວິທີເຮັດທີ່ໃໝ່ອ່ຽມ, ມີການຄົ້ນຄິດແບບໃໝ່, ມີຜະລິດຕະພັນຮູບແບບໃໝ່ທີ່ຈັບໃຈ, ແກ່ງແຍ້ງກວ່າ ເພື່ອດຶງດູດຜູ້ອ່ານ. ອົງການສື່ມວນຊົນ ຕ້ອງສຸມໃສ່ຄຸ້ມຄອງບັນດາຜະລິດຕະພັນສື່ມວນຊົນ (ທັງເນື້ອໃນ ແລະຮູບການ) ແລະການເຄື່ອນໄຫວດໍາເນີນງານຂອງນັກຂ່າວແຕ່ລະຄົນໃຫ້ດີກວ່າ. ພ້ອມທັງເອົາໃຈໃສ່ວຽກງານບໍາລຸງກໍ່ສ້າງ ເພື່ອແນໃສ່ຍົກສູງລະດັບວິຊາສະເພາະ, ວິຊາການໃຫ້ແກ່ນັກຂ່າວຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ຕາມທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປີມະໂລງ 2024 ແມ່ນປີທີ່ມີຄວາມໝາຍສໍາຄັນທີ່ສຸດໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ເປັນປີສະເຫຼີມສະຫຼອງເຫດການສໍາຄັນຂອງປະເທດ ແລະສໍາລັບຜູ້ເຮັດວຽກງານການຂ່າວປະຕິວັດ, ປີ 2024 ກໍແມ່ນປີທີ່ມີການເຄື່ອນໄຫວຫຼາຍຢ່າງ ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 100 ປີແຫ່ງພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໃນປີ 2025.

leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ສະນັ້ນ, ສະຫາຍ ຫງວຽນຈ້ອງເຫງັຍ ສະເໜີໃຫ້ສື່ມວນຊົນ ຕ້ອງສຸມໃສ່ໂຄສະນາການປະຕິບັດໜ້າທີ່ເສດຖະກິດ-ສັງຄົມ ປີ 2024 ໃຫ້ເປັນຢ່າງດີ; ຮີບຮ້ອນສ້າງແຜນການ, ຜັນຂະຫຍາຍຢ່າງຕັ້ງໜ້າ, ມີຫົວຄິດປະດິດສ້າງໃນການໂຄສະນາບັນດາມະຕິ, ບົດສະຫຼຸບ, ຄໍາສັ່ງ, ລັດຖະນະໂຍບາຍ... ຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ; ຕິດແທດກັບການດຳລົງຊີວິດ, ຈາກພຶດຕິກໍາຕົວຈິງເພື່ອສ່ອງແສງ, ປະກອບຄໍາເຫັນ, ສ້າງສັນ ແລະແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມ, ຄວາມເມດຕາກະລຸນາໃນສັງຄົມ.

ສະຫາຍ ຫງວຽນຈ້ອງເຫງັຍ ຮຽກຮ້ອງໃຫ້ຕັດສິນໃຈສູງສຸດ ເພື່ອສ້າງພື້ນຖານສື່ມວນຊົນໃຫ້ “ເປັນມືອາຊີບ, ມີມະນຸດສະທໍາ ແລະທັນສະໄໝ” ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ຕັ້ງໜ້າສ້າງ ແລະຜັນຂະຫຍາຍສະພາບແວດລ້ອມວັດທະນະທໍາໃນອົງການສື່ມວນຊົນໃຫ້ແທດຈິງ; ຕ້ອງມີຄວາມມານະພະຍາຍາມ, ມີຄວາມຕັດສິນໃຈ, ມີຄຸນທາດຫຼາຍກວ່າ ເພື່ອໃຫ້ແຕ່ລະອົງການສື່ມວນຊົນລ້ວນແຕ່ເປັນ “ອົງການສື່ມວນຊົນທີ່ເມດຕາ”,  ຜູ້ເຮັດວຽກງານການຂ່າວແຕ່ລະຄົນລ້ວນແຕ່ເປັນ “ຜູ້ເຮັດວຽກງານການຂ່າວທີ່ດີ”...

ໂດຍ: ໄຊຊະນະ