ຕາມນັ້ນແລ້ວ, ຫງວຽນຮ່ວາງດຶກ, ກອງກາງຂອງສະໂມສອນ ເຖກົງ - Viettel, ໄດ້ຮັບນາມມະຍົດໝາກບານຄຳເພດຊາຍ. ນີ້ແມ່ນເທື່ອທີ 2 ທີ່ ຮ່ວາງດຶກ ໄດ້ຮັບນາມມະຍົດດັ່ງກ່າວ. ຜູ້ໄດ້ຮັບນາມມະຍົດໝາກບານເງິນແມ່ນ ຟ້າມຕວນຫາຍ (ກອງໜ້າມະໂມສອນ ຮ່າໂນ້ຍ). ຜູ້ໄດ້ຮັບໝາກບານທອງແມ່ນຜູ້ຮັກສາປະຕູ ດັ້ງວັນເລິມ (ບິ່ງດິ້ງ). 

leftcenterrightdel
ພິທີມອບລາງວັນໝາກບານຄຳ 2023. ພາບ: qdnd.vn

ຮ່ວາງດຶກ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະຕິຊົມຊື່ນ ແລະເອກອ້າງທະນົງໃຈເມື່ອໄດ້ຮັບລາງວັນນີ້. ຂ້າພະເຈົ້າຄິດວ່າ, ລາງວັນນີ້ເຖິງແມ່ນຂ້າພະເຈົ້າ ຫຼື ຕວັນຫາຍ ໄດ້ຮັບກໍ່ລ້ວນແຕ່ເໝາະສົມ. ລາງວັນນີ້ຈະຊ່ວຍຊຸກຍູ້ຂ້າພະເຈົ້າເອງ, ຕວັນຫາຍ ກໍ່ຄືບັນດານັກກິລາບານເຕະອື່ນຂອງຫວຽດນາມ ມານະພະຍາຍາມຫຼາຍກວ່າເພື່ອສ້າງຕົນຕົວໃຫ້ສຳເລັດ, ມີການອຸທິດສ່ວນຫຼາຍກວ່າໃຫ້ແກ່ປະເພດກິລາບານເຕະຂອງຫວຽດນາມ”.

ໃນລາງວັນປະເພດໝາກບານຄຳເພດຍິງ, ຜູ້ຮັກສາປະຕູ ເຈິ່ນທິກິມແທັງ ໄດ້ຮັບໄຊຊະນະ. ໃນຂະນະນັ້ນ, ກອງໜ້າ ຮວິ່ງຍື ກໍ່ໄດ້ຮັບລາງວັນໝາກບານເງິນ, ແລະ ກອງກາງ ບິກຖຸຍ ໄດ້ຮັບລາງວັນໝາກບານທອງ.

ໂດຍ: ກວຽດເຕິມ