leftcenterrightdel
ພິທີຕີກອງໄຂງານບຸນລົງທົ່ງ ATK ດິ້ງຮວ໊າ-ທ໊າຍງວຽນ 2024 ປີມະໂລງ 2024. ພາບ: qdnd.vn
leftcenterrightdel
ລາຍການສະແດງເຊີດສິງໂຕ, ມັງກອນທີ່ພິທີ. ພາບ: qdnd.vn
leftcenterrightdel
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນໄຂງານບຸນ. ພາບ: qdnd.vn
leftcenterrightdel
ພິທີຂໍພອນພາວັນນາຂອງຊົນເຜ່ົາໄຕ່ທີ່ງານບຸນ. ພາບ: qdnd.vn
leftcenterrightdel
ການແຂ່ງຂັນດຳນາ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມການລະຫຼີ້ນພື້ນເມືອງໂຍນໝາກຄອນໃນງານບຸນ. ພາບ: qdnd.vn

ກ່າວຄໍາເຫັນໄຂງານບຸນ, ທ່ານ ຟ້າມກວາງຊ໊າງ ຮອງປະທານຄະນະກໍາມະການປະຊາຊົນເມືອງດິ້ງຮວ໊າ ເນັ້ນໜັກວ່າ: ໂດຍໄດ້ກາຍເປັນປະເພນີແລ້ວ, ແຕ່ລະປີ, ງານບຸນລົງທົ່ງໄດ້ຈັດຂຶ້ນໃນວັນທີ 9, ທີ 10 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ແມ່ນກິດຈະກໍາເຄື່ອນໄຫວທີ່ແທດຈິງເພື່ອຟື້ນຟູ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ, ຮັກສາວັດທະນະທໍາທີ່ເປັນເອກະລັກຂອງທ້ອງຖິ່ນໄວ້.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງຜະລິດຕະພັນຂອງກົມໃຫຍ່ພະລາທິການທີ່ງານບຸນ. ພາບ: qdnd.vn

ເລື່ອງຮັກສາການຈັດຕັ້ງງານບຸນລົງທົ່ງ ATK ດິ້ງຮວ໊າ ໃນແຕ່ລະປີແມ່ນການເຄື່ອນໄຫວແທດຈິງເພື່ອຟື້ນຟູ, ອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທໍາທີ່ເປັນເອກະລັກຂອງທ້ອງຖິ່ນໂດຍຜ່ານການວາດພາບກ່ຽວກັບພິທີກຳທີ່ເປັນມູນເຊື້ອ, ຄື: ພິທີຂໍພອນພາວັນນາຂອງຊົນເຜ່ົາໄຕ່, ຊົນເຜົ່າຊ໊ານໄຈ; ພິທີຂໍພອນຂອງຊົນເຜົ່າຢ້າວ; ພິທີໄຖນາ; ແຂ່ງຂັນກັນດໍານາ...

leftcenterrightdel
ຮ້ານຂອງກົມໃຫຍ່ພະລາທິການໄດ້ຮັບການຕີລາຄາສູງຈາກຄະນະຈັດຕັ້ງກ່ຽວກັບຮູບການກໍ່ຄືເນື້ອໃນວາງສະແດງ ແລະພໍ່ແມ່ປະຊາຊົນເປັນຈໍານວນຫຼວງຫຼາຍໄດ້ມາຢ້ຽມຊົມ. ພາບ: qdnd.vn

ປີນີ້ແມ່ນປີທີສອງທີ່ກົມໃຫຍ່ພະລາທິການເຂົ້າຮ່ວມງານບຸນລົງທົ່ງ ATK ດິ້ງຮວ໊າ ດ້ວຍກິດຈະກໍາເຄື່ອນໄຫວຈຳນວນໜຶ່ງ, ຄື: ແຂ່ງຂັນຕັ້ງຄ້າຍ ແລະຈັດງານວາງສະແດງຮູບພາບ, ເອກະສານກ່ຽວກັບການເຄື່ອນໄຫວນະໂຍບາຍຢູ່ ATK ດິ້ງຮວ໊າ; ແນະນໍາບາງຜະລິດຕະພັນຂອງບັນດາວິສາຫະກິດພະລາທິການ; ຈັດການແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາປະເພດຕ່າງໆ, ຄື: ບານເຕະ, ປິງປັອງ, ຍິງທະນູ, ໂຍນໝາກຄອນ, ດຶງເຊືອກ...

ໂດຍ: ໄຊນີດາ