ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວລະຫວ່າງແຂວງ ຮ່າຢາງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ຈີນ), ໃນວັນທີ 16 – 17 ກຸມພາ, ລາຍການທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ 2 ປະເທດ” ໄດ້ຈັດຂຶ້ນຢູ່ດ່ານຊາຍແດນສາກົນ ແທງຖຸຍ (ຮ່າຢາງ, ຫວຽດນາມ) - ທຽນເປົາ (ເຊົາເວິນເຊິນ, ຈີນ).

leftcenterrightdel
ລາຍການທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ 2 ປະເທດ”. ພາບ: congluan.vn

ລາຍການເລີ່ມຈາກດ່ານຊາຍແດນສາກົນ ທຽນເປົາ (ຈີນ) ໄປດ່ານຊາຍແດນສາກົນ ແທງຖຸຍ (ຫວຽດນາມ) ໄປເຖິງນະຄອນ ຮ່າຢາງ. ການເດີນທາງໄດ້ໄປຜ່ານບັນດາສະຖານທີ່, ຄື: ບ້ານວັດທະນະທຳທ່ອງທ່ຽວ ຮະແທ່ງ, ບ້ານ ທາ (ຕາແສງ ເຟືອງໂດ້, ນະຄອນ ຮ່າຢາງ), ຫຼັກ ກມ 0 ນະຄອນ ຮ່າຢາງ ແລະ ຈຸດສຸດທ້າຍແມ່ນຫຼັກ ກມທີ 11, ຕາແສງ ທ້ວນຮ່ວາ, ເມືອງ ວິຊວຽນ; ຮັບປະທານບັນດາເຍື່ອງອາຫານ, ຊອກຮູ້ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ.

ລາຍການໂດຍມີການເຂົ້າຮ່ວມຂອງແຂກທ່ອງທ່ຽວຂຶ້ນກັບສະໂມສອນຖີບລົດຖີບ ທຽນເປົາ (ແຂວງ ຢຸນໜານ, ຈີນ) ແລະ ບັນດາຜູ້ມັກຮັກໃນການທ່ອວທ່ຽງດ້ວຍລົດຖີບ.

ແຫຼ່ງຄັດຈາກ vovworld.vn