ໄຂງານມະຫາກໍາກິລາບານເຕະ, ບານສົ່ງໃນທົ່ວກອງທັບປີ 2023
ກປ.ອອນໄລ - ຕອນບ່າຍວັນທີ 15 ພະຈິກ, ຢູ່ໂຮງຮຽນນາຍທະຫານບົກເລກ 1, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄຂງານມະຫາກໍາກິລາບານເຕະ, ບານສົ່ງໃນທົ່ວກອງທັບ ປີ 2023.
ເຂົ້າຮ່ວມມີບັນດາສະຫາຍພົນໂທ ຈິ້ງວັນກວ໊ຽດ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະຫາຍພົນຕີ ຫງວຽນຢວານແອັງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ສະຫາຍພົນຕີ ຫງວຽນຢວານແອັງ ຢັ້ງຢືນວ່າ ບານເຕະ, ບານສົ່ງແມ່ນກິລາທີ່ໄດ້ຮັບຄວາມນິຍົມ ແລະຝຶກແອບຢ່າງກວ້າງຂວາງຈາກພະນັກງານ, ນັກຮົບຫຼາຍຄົນ. ການຈັດຕັ້ງງານມະຫາກໍາກິລາບານເຕະ, ບານສົ່ງຈະແມ່ນກຳລັງໜູນຢ່າງແຂງແຮງເພື່ອຊຸກຍູ້ຂະບວນການຝຶກແອບກິລາກາຍຍະກໍາ ແລະຕອບສະໜອງຕາມຄວາມຄອງຄອຍຂອງພະນັກງານ, ນັກຮົບໃນທົ່ວກອງທັບ. ເພື່ອກະກຽມໃຫ້ແກ່ງານມະຫາກໍາກິລາຄັ້ງນີ້, ບັນດາອົງການ, ກົມກອງໄດ້ຍູ້ແຮງຂະບວນການຝຶກແອບ, ແຂ່ງຂັນ ແລະຄັດເລືອກເອົານັກກິລາດີເດັ່ນ, ຕັດສິນໃຈບັນລຸໄດ້ໝາກຜົນດີທີ່ສຸດ.
    |
 |
ບັນດາຜູ້ແທນມອບທຸງທີ່ລະນຶກໃຫ້ຜູ້ຕາງໜ້າຄະນະນັກກິລາເຂົ້າຮ່ວມການແຂ່ງຂັນ. ພາບ: ຮຶ້ວເລ |
ງານມະຫາກຳກິລາຄັ້ງນີ້ມີການເຂົ້າຮ່ວມຂອງນັກກິລາກວ່າ 1.200 ຄົນ ທີ່ມາຈາກ 34 ອົງການ, ກົມກອງທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ແບ່ງອອກເປັນ 4 ກຸ່ມ. ກຸ່ມ 1 ໄດ້ຈັດຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4, ກຸ່ມ 2 ໄດ້ຈັດຢູ່ສູນກິລາ Viettel, ກຸ່ມ 3 ໄດ້ຈັດຢູ່ໂຮງຮຽນນາຍທະຫານການເມືອງ, ກຸ່ມ 4 ໄດ້ຈັດຢູ່ໂຮງຮຽນນາຍທະຫານບົກ ເລກ 1. ນັກກິລາເຂົ້າຮ່ວມການແຂ່ງຂັນກິລາບານເຕະຊາຍແມ່ນ 11 ຄົນ ແລະແຂ່ງຂັນບານສົ່ງຊາຍໃນຮົ່ມຕາມກຸ່ມ, ເພື່ອຄັດເລືອກເອົາທີມທີ່ດີເດັ່ນເຂົ້າແຂ່ງຂັນຮອບຊີງຊະນະເລີດຢູ່ໂຮງຮຽນນາຍທະຫານບົກ ເລກ 1ແລະສູນກິລາ Viettel.
ງານມະຫາກຳກິລາ ຈະປິດລົງໃນວັນທີ 30 ພະຈິກນີ້.
ໂດຍ: ເຈິ່ນຮວ່ຽນ