ວັນທີ 10 ພະຈິກ, ຢູ່ແຂວງ ໄຕນິງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ໄຕນິງ ໄດ້ເປັນເຈົ້າພາບຈັດຕັ້ງ ລາຍການພົບປະແລກປ່ຽນວັດທະນະທຳ ລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ບັນດາແຂວງ, ນະຄອນເຂດຕາເວັນອອກພາກໃຕ້ ເປີດກວ້າງ ກັບສະຖານກົງສູນໃຫຍ່ບັນດາປະເທດ ປະຈຳ ນະຄອນ ໂຮ່ຈີມິນ ລວມມີ: ກູບາ, ກຳປູເຈຍ, ຈີນ, ສະຖານກົງສູນໃຫຍ່ກຽດຕິຍົດ ຟີລິບປິນ.
ລາຍການໄດ້ສະແດງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດຜ່ານພາສາ, ທຳນອງຈັ່ງຫວະ, ບົດເພງ, ຊຸດອາພອນປະຈຳຊາດ. ມີຫຼາຍລາຍການໄດ້ສ້າງຄວາມປະທັບໃຈ ແລະ ສະແດງໃຫ້ເຫັນຄວາມເຂັ້ມຂຸ້ນໄປດ້ວຍນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດຢ່າງຖືກຕ້ອງຕາມຫົວຂໍ້ “ຈັງຫວະມິດຕະພາບ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image