ນີ້ແມ່ນກິດຈະກຳທີ່ນອນໃນເຫດການກ່ຽວກັບ Festival ອະນຸລັກຮັກສາ ແລະພັດທະນາໝູ່ບ້ານອາຊີບຫວຽດນາມ ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນລວມມີ: ພິທີເຊີດຊູບັນດານັກສິລະປະການ, ນາຍຊ່າງທີ່ມີສີມື ເຊິ່ງໄດ້ຈັດຕັ້ງໃນຕອນເຊົ້າວັນທີ 9 ພະຈິກ ມີຜູ້ແທນແມ່ນບັນດານັກສິລະປະການ, ນາຍຊ່າງທີ່ມີສີມືຂອງບັນດາແຂວງ, ນະຄອນຂຶ້ນ ກັບສູນກາງ ເຂົ້າຮ່ວມປະມານ 100 ຄົນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຜູ້ແທນປະຕິບັດພິທີໄຂ Festival ອະນຸລັກຮັກສາ ແລະພັດທະນາໝູ່ບ້ານອາຊີບ ຫວຽດນາມ ປີ 2023. ພາບ: ສຳນັກຂ່າວສານຫວຽດນາມ.

ຈຸດປະສົງຂອງການຈັດ Festival ອະນຸລັກຮັກສາ ແລະພັດທະນາໝູ່ບ້ານອາຊີບຫວຽດນາມ ປີ 2023 ແມ່ນເພື່ອອະນຸລັກ, ປົກປັກຮັກສາ ແລະເສີມຂະຫຍາຍສີສັນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕ່າງໆ, ສ້າງເປັນຈຸດວັດທະນະທຳຍຸກປະຈຸບັນຂອງໝູ່ບ້ານອາຊີບຫວຽດນາມ. ໃນນັ້ນຖືເອົາໝູ່ບ້ານອາຊີບຂອງນະຄອນຮ່າໂນ້ຍ ເປັນໃຈກາງເພື່ອແຜ່ຂະຫຍາຍໄປສູ່ທ້ອງຖິ່ນອື່ນ. ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງການພົບປະ, ແລກປ່ຽນບົດຮຽນປະສົບການ, ຄວາມຮູ້ໃນການຜະລິດ, ດຳເນີນທຸລະກິດກ່ຽວກັບຜະລິດຕະພັນຂອງໝູ່ບ້ານອາຊີບ; ເຊີດຊູບັນດານັກສິລະປະການ, ນາຍຊ່າງທີ່ມີສີມື, ຜູ້ອອກແຮງງານຢູ່ໝູ່ບ້ານອາຊີບ; ໂຄສະນາເຜີຍແຜ່, ແນະນໍາບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອໃນບໍລິເວນນະຄອນຮ່າໂນ້ຍ ແລະທົ່ວປະເທດ; ຊຸກຍູ້ການຈຳໜ່າຍ, ຍົກສູງຄຸນຄ່າຜະລິດຕະພັນ ແລະພັດທະນາການທ່ອງທ່ຽວຢູ່ໝູ່ບ້ານອາຊີບເທື່ອລະກ້າວ.

ໂດຍ: ແສງເດືອນ