ຕາມ Independent ແລ້ວ, ເດືອນ ເມສາ ແລະ ກັນຍາ ແມ່ນໄລຍະເວລາເໝາະສົມທີ່ສຸດເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ແລະແນະນຳໃຫ້ແຂກທ່ອງທ່ຽວ ຄວນຄົ້ນຫາ ໂຮ້ຍອານ (ແຂວງ ກວາງນາມ), ອ່າວ ຮ້າລອງ (ແຂວງ ກວາງນິງ).

leftcenterrightdel
ວັນມ໊ຽວ-ກວກຕື໊ຢ໊າມ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ຮ່າໂນ້ຍ. ພາບ: vov.vn

ບັນດາທັດສະນີຍະພາບອື່ນໆທີ່ເປັນໜ້າແວ່ຢາມຢູ່ ຫວຽດນາມ ຍັງມີ ເຊີນດ່ອງ, ເຊິ່ງແມ່ນຖ້ຳໃຫຍ່ທີ່ສຸດໃນໂລກ ຢູ່ແຂວງ ກວາງບິ່ງ, ຫງູແຮ່ງເຊີນ ຢູ່ດ່ານັ້ງ ແລະດອນຊາຍຢູ່ ມຸຍແນ (ແຂວງ ບິ່ງທ້ວນ). ບັນດາປະເທດມີໜ້າໃນບັນຊີລາຍຊື່ນີ້ ມີປະເທດ ໄທ, ກໍາປູເຈຍ, ອິນໂດເນເຊຍ, ສິງກະໂປ, ມາເລເຊຍ ແລະຟີລິບປິນ.

ໜັງສືພິມ Independent  ໃຫ້ຮູ້ວ່າ ອາຊີຕາເວັນອອກສ່ຽງໃຕ້ "ເປັນພາກພື້ນປະກອບດ້ວຍຫຼາຍສາສະໜາ ແລະວັດທະນະທໍາທີ່ແຕກຕ່າງກັນ" ແລະກໍ່ເປັນສະຖານທີ່ມີວັດວາອາຣາມ, ວັງ ແລະທັດສະນີຍະພາບທໍາມະຊາດສຸດຍອດຢູ່ໃນໂລກ.

ໂດຍ: ທະນາພອນ