leftcenterrightdel
ນັກຮຽນດີເດັ່ນສອງຄົນຍາດໄດ້ລາງວັນທີໜຶ່ງຂອງງານປະກວດ. ພາບ: ທຸ້ຍຢູ.

ງານປະກວດແມ່ນການເຄື່ອນໄຫວປະຈຳປີໂດຍຄະນະຂົນຂວາຍວິຈິດສິນຫວຽດນາມ ແລະການທູດວັດທະນະທໍາສົມທົບກັບລະບົບໂຮງຮຽນມັດທະຍົມຕອນປາຍ Alfred Nobel ຈັດຕັ້ງ, ເພື່ອແນໃສ່ເຈາະຈີ້ມ ແລະບໍາລຸງລ້ຽງພອນສະຫວັນ, ຄວາມເມົາມົວປະດິດສ້າງສິລະປະໃຫ້ແກ່ເຍົາວະຊົນ, ອະນຸຊົນ. ຜົນງານປະກວດປະກົດວ່າ 2 ລາງວັນທີໜຶ່ງໄດ້ມອບໃຫ້ ນິງວັນວູ້ (ອາຍຸ 10 ປີ, ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ເຈີ່ນດັງນິງ, ເມືອງ ຮ່າດົງ) ແລະ ດວ່ານຍ້າອວຽນ (ອາຍຸ 9 ປີ, ນັກຮຽນລະບົບໂຮງຮຽນມັດທະຍົມຕອນປາຍ Alfred Nobel). ນອກຈາກນັ້ນ, ຍັງມີ 3 ລາງວັນທີ 2 ແລະ 8 ລາງວັນທີ 3 ທີ່ມອບໃຫ້ຜູ້ມີຜົນງານດີເດັ່ນ.

ໂດຍ: ຈາງຫງວຽນ