leftcenterrightdel
ນັກກິລາ ດິງແອັງຮວ່າງ ແລະເຈິ່ນມາຍຫງອັກ ຄວ້າຫຼຽນຄໍາໃຫ້ແກ່ປິ໋ງປ່ອງຫວຽດນາມ ຢູ່ ຊີເກມ 32. ພາບ: ຍືດາດ.  

ຮອດເວລາ 21 ໂມງ 00 ຂອງວັນທີ 14 ພຶດສະພາ, ທີ່ງານມະຫາກຳກິລາ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32  (Sea Games 32) ຈັດຂຶ້ນຢູ່ ປະເທດ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 20 ຫຼຽນ, ຍົກຈຳນວນຫຼຽນຄຳທັງໝົດຂອງຄະນະຫວຽດນາມ ຂຶ້ນເຖິງ 107 ຫຼຽນ, ຮັກສາອັນດັບໜຶ່ງໃນຜົນງານຂອງທົ່ວຄະນະນັກກິລາ. ຄະນະນັກກິລາ ໄທ ຢືນອັນດັບ 2 ດ້ວຍ 91 ຫຼຽນຄຳ.

ຄະນະນັກກິລາ ຫວຽດນາມ ມີໂອກາດຄວ້າໄດ້ 120 ຫຼຽນຄຳ ຄືດັ່ງຄາດໝາຍທີ່ໄດ້ວາງອອກກ່ອນໜ້ານັ້ນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ