ວັນທີ 22 ສິງຫາ, ພະແນກສຶກສາ ແລະກໍ່ສ້າງນະຄອນຮ່າໄນ້ຍ ໄດ້ແຈ້ງໃຫ້ຊາບກ່ຽວກັບຄະນະນັກຮຽນຮ່າໂນ້ຍ ທີ່ຕາງໜ້າໃຫ້ນັກຮຽນຫວຽດນາມ ໄປເຂົ້າຮ່ວມການສອບເສັງ Olympic ສາກົນກ່ຽວກັບດາລາສາດ ແລະຟິຊິກດາລາສາດ (IOAA) ຄັ້ງທີ 15 ຄວ້າໄດ້ 7 ລາງວັນ, ລວມມີຫຼຽນເງິນ 1 ຫຼຽນ, ຫຼຽນທອງ 5 ຫຼຽນ ແລະລາງວັນຊົມເຊີຍ 1 ລາງວັນ. ບັນດາສະມາຊິກຂອງຄະນະລ້ວນແຕ່ເປັນນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ- Amsterdam.

leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມ IOAA ປີ 2022. ພາບ: ທົງເຍິດ.

IOAA ແມ່ນການສອບເສັງ Olympic ວິທະຍາສາດສາກົນທີ່ຈັດຕັ້ງປະຈໍາປີສະຫງວນໃຫ້ນັກຮຽນໂຮງຮຽນມັດທະຍົມຕອນປາຍ ເພື່ອຮັບຮູ້ບົດບາດຂອງຂົງເຂດດາລາສາດ ແລະຟິຊິກດາລາສາດໃນການດໍາລົງຊີວິດ, ໃນການສຶກສາຊາວໜຸ່ມເຍົາວະຊົນ ແລະເພີ່ມທະວີການພົບປະແລກປ່ຽນສາກົນ. ການສອບເສັງປີນີ້ໄດ້ຈັດຕັ້ງຢູ່ນະຄອນ Kutaisi, ປະເທດຈໍເຈຍ ໃນລະຫວ່າງວັນທີ 14-22 ສິງຫາ ດ້ວຍການເຂົ້າຮ່ວມຂອງ 60 ປະເທດ ແລະເຂດແຄ້ວນ.

ໂດຍ: ຈາງຫງວຽນ