ບັນຊີລາຍຊື່ນີ້ ໂດຍອີງໃສ່ການຄັດເລືອກຂອງຜູ້ອ່ານໃນທົ່ວໂລກ, ນັບແຕ່ເດືອນມັງກອນ ຫາເດືອນເມສາປີນີ້. ດ່ານັ້ງ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແມ່ນ 3 ສະຖານທີ່ທ່ອງທ່ຽວຂອງຫວຽດນາມ ທີ່ໄດ້ເຊີດຊູໃນລາງວັນທ່ອງທ່ຽວ Asia’s Best Awards 2022 ຂອງ Travel & Leisure.

ໃນບັນຊີລາຍຊື່ 10 ນະຄອນແຖວໜ້າ ຢູ່ອາຊີຕາເວັນອອກສ່ຽງໃຕ້, ດ່ານັ້ງ ຢືນອັນດັບທີ 3, ຮ່າໂນ້ຍ ຢືນຢູ່ອັນດັບທີ 5 ແລະນະຄອນໂຮ່ຈີມິນ ຢືນຢູ່ອັນດັບທີ 8, ບາງກອກ, ນະຄອນຫຼວງຂອງໄທ, ຢືນຢູ່ອັນດັບທີ 1.

leftcenterrightdel
ຮ່າໂນ້ຍ ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວ ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພາບ: unsplash.com

ໃຫ້ຄຳຄິດເຫັນກ່ຽວກັບຫວຽດນາມ, Travel & Leisure ຂຽນວ່າ: “ຫວຽດນາມ ນັບມື້ນັບພັດທະນາ, ປັດຈຸບັນແຂກທ່ອງທ່ຽວສາກົນເຂົ້າເມືອງບໍ່ຈຳເປັນຕ້ອງກວດຫາເຊື້ອພະຍາດໂຄວິດ - 19 ແລະແຍກຕົວ. ຈົ່ງຄິດເຖິງເຍື່ອງອາຫານເຝີ ແລະກາເຟນົມເຢັນ ຢູ່ຫວຽດນາມ ໃນເວລາຮັບຊົມການປະກາດລາງວັນ”.

Travel & Leisure ແມ່ນວາລະສານການທ່ອງທ່ຽວແຖວໜ້າໂລກ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນນິວຢອກ (ປະເທດອາເມລິກາ) ແລະມີຜູ້ເຂົ້າອ່ານກ່ວາ 16 ລ້ານເທື່ອຄົນຕໍ່ເດືອນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ