leftcenterrightdel
ການເຂົ້າລູກດຽວໄດ້ເປັນລູກຕັດສິນໃຫ້ທິມບານເຕະຫວຽດນາມ ເຂົ້າຮອບຮອງຊະນະເລີດ. ພາບ: vov.vn

ແຟນບານອາຊີຕາເວັນອອກສຽງໃຕ້ຫຼາຍຄົນ ລວມທັງແຟນບານມຽນມາ ໄດ້ຊົມເຊີຍການແຂ່ງຂັນຂອງທິມບານເຕະຍິງ ຫວຽດນາມ ໃນຮອບຮອງຊະນະເລີດ SEA Games ຄັ້ງທີ 31 ໄດ້ຈັດຂຶ້ນໃນ ວັນທີ 18 ພຶດສະພານີ້. ບັນຊີທາງສື່ສັງຄົມອ່ອນລາຍ Thein Min Htwe ໄດ້ຂຽນວ່າ: “ທິມບານຍິງຫວຽດນາມ ສົມໄດ້ຮັບໄຊຊະນະ”. ສ່ວນບັນຊີຊື່ວ່າ Denis Aung ກໍ່ຂຽນວ່າ: “ເປັນການແຂ່ງຂັນທີ່ດີ. ຂໍສະແດງຄວາມຍິນດີກັບທີມບານເຕະຍິງ ຫວຽດນາມ ໂຊກດີໃນຮອບຊິງຊະນະເລີດ.” ບັນຊີ Pyi Soe Aung ກໍ່ສະແດງຄວາມປະທັບໃຈ ຕໍ່ກັນແຂ່ງຂັນຂອງທີມບານເຕະຍິງຫວຽດນາມ ດ້ວຍຄໍາຊົມທີ່ວ່າ: “ຈາກ ມຽນມາ, ຂໍຊົມເຊີຍທີມ ບານເຕະຍິງຫວຽດນາມ, ພວກເພື່ອນສົມແລ້ວທີ່ໄດ້ໄປແຂງຂັນໃນຮອບຊິງຊະນະເລີດ.” ໃນຂະນະດຽວກັນ, ຍັງມີອີກບັນຊີມາໜຶ່ງຈາກ Philippines: ຫວັງວ່າສາວໆ ຫວຽດນາມຈະຍາດໄດ້ອັນດັບໜຶ່ງໃນການແຂ່ງຂັນກິລາບານເຕະຍິງ.

ແຫຼ່ງຄັດຈາກ: vovworld.vn