ງານວາງສະແດງໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890/19-5-2022); 35 ປີແຫ່ງວັນອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO) ເຊີດຊູປະທານໂຮ່ຈີມິນ ແມ່ນວິລະຊົນປົດປ່ອຍປະເທດຊາດ, ນັກວັດທະນະທໍາທີ່ດີເລີດ (1987-2022).

leftcenterrightdel
ຜູ້ນໍາທ່ຽວເຂດປູຊະນີຍະສະຖານປະທານໂຮ່ຈີມິນ ແນະນໍາງານວາງສະແດງ. ພາບ: ຫວູ້ກຽມ.

ງານວາງສະແດງແນະນໍາຮູບພາບ, ເອກະສານ 200 ຢ່າງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ, ຂີດໝາຍທີ່ພົ້ນເດັ່ນໃນໄລຍະທາງເຄື່ອນໄຫວປະຕິວັດຂອງລຸງໂຮ່ ພ້ອມກັບນໍ້າໃຈຂອງປະຊາຊົນພາຍໃນປະເທດ ແລະໂລກທີ່ສະຫງວນໃຫ້ເພິ່ນ. ງານວາງສະແດງລວມມີພາກ: ຮ່ອງຮອຍເປັນທີ່ລະນຶກ ແລະອະນຸສາວະລີປະທານໂຮ່ຈີມິນ ຢູ່ຫວຽດນາມ; ຮ່ອງຮອຍເປັນທີ່ລະນຶກ ແລະອະນຸສາວະລີປະທານໂຮ່ຈີມິນ ຢູ່ໂລກ. ງານວາງສະແດງຈະອັດລົງໃນວັນທີ 30 ຕຸລາ.

ໂດຍ: ຈາງຫງວຽນ