ຢູ່ໂບດ Vatican ມີການເຂົ້າຮ່ວມຂອງຜູ້ມີຍົດສັກຕຳແໜ່ງປະມານ 200 ຄົນ ແລະຊາວຄຼິດ 2000 ຄົນ. ສັນທະປະປາ Francis ໄດ້ຮຽກຮ້ອງໃຫ້ ປຊຊ ໃນທົ່ວໂລກ ຈົ່ງໃຊ້ຊີວິດໃຫ້ກຸ້ມຄ່າ ແລະພ້ອມກັນສາມັກຄີ ຊ່ວຍເຫຼືອບັນດາຜູ້ທຸກຍາກ.

ຢູ່ບາງປະເທດເອີລົບ ຄື ເຢຍລະມັນ ແລະ ແອດສະປາຍ, ປຊຊ ຫຼາຍຄົນໄດ້ລຽນແຖວຍາວ ເພື່ອສັກຢາກັນພະຍາດ ເພື່ອສາມາດເຂົ້າຮ່ວມເຫດການຕ່າງໆ ແລະມີວັນພັກການໃນຍາມບຸນໂດຍປອດໄພ.

ຢູ່ເຂດ Bethlehem ທາງຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຊື່ງແມ່ນບ່ອນກຳເນີດຂອງພະເຢຊູ, ຊາວຄຼິດນັບພັນຄົນ ກໍ່ຫຼັ່ງໄຫຼເຂົ້າມາແຫ່ງນີ້ ເພື່ອເຂົ້າຮ່ວມວັນບຸນໃຫ່ຍກ່ວາໝູ່ໃນປີ.

ສ່ວນຢູ່ ອາເມລິກາເໜືອ, ໃນເວລາ 12 ໂມງທ່ຽງຂອງວັນທີ 25 ທັນວາ (ຕາມເວລາຮ່າໂນ້ຍ) ຈຶ່ງແມ່ນຄ່ຳຄືນວັນຄຼິດສະມາດ, ກອງບັນຊາການປ້ອງກັນອາກາດອາເມລິກາເໜືອ (NORAD), ບັນດາທະຫານອາເມລິກາ ແລະການາດາ ໄດ້ເລີ່ມຕິດຕາມການເດີນທາງຂອງຊັນຕາໂຄດ ຜ່ານໜ້າຈໍ radar. ເຖິງວ່າແມ່ນການເດີນທາງໃນຄວາມນຶກຄິດກໍ່ຕາມ ແຕ່ NORAD ຍັງໄດ້ຮັກສາໜ້າທີ່ປະຈຳປີນີ້ ໃນຕະຫຼອດ 6 ທົດສະວັດທີ່ຜ່ານມາ ເພື່ອຮັບໂທລະສັບທຸກສາຍ ແລະຈົດໝາຍຂອງບັນດາເດັກນ້ອຍໃນໂລກ ສົ່ງໄປຍັງຊັນຕາໂຄດ. ນີ້ແມ່ນປີທີ 2 ທີ່ຂະບວນລົດຂອງຊັນຕາໂຄດ ໄປແຈກຢາຍຂອງຂວັນໃຫ້ພວກເດັກນ້ອຍ ໃນສະພາບການໂລກລະບາດໂຄວິດ-19 ຍັງຄຸກຄາມຢູ່.

ແຫຼ່ງຄັດຈາກ: vovworld.vn