ລາຍການ “ບຸນເຕັດປະຊາຄົມ 2026” ຢູ່ແຂວງຕວຽນກວາງ
“ບຸນເຕັດປະຊາຄົມ 2026” ແມ່ນເຫດການປະຈຳປີ ໂດຍສູນໂທລະພາບມະນຸດສະທຳ ຈັດຂຶ້ນ, ດ້ວຍຈຸດປະສົງນຳເອົາບຸນເຕັດ, ບຸນເຕັດອີ່ມໜຳສຳລານມາສູ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ.
    |
 |
|
ລາຍການ “ບຸນເຕັດປະຊາຄົມ 2026” ຢູ່ຕາແສງ ຈຽມຮວາ, ແຂວງ ຕວຽນກວາງ. ພາບ: ຄະນະຈັດຕັ້ງ. |
ໃນລະຫວ່າງວັນທີ 30 – 31 ມັງກອນ, ສູນໂທລະພາບມະນຸດສະທຳ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງຕວຽນກວາງ, ຈັດລາຍການ “ບຸນເຕັດປະຊາຄົມ 2026” ຢູ່ຕາແສງ ຈຽມຮວາ, ແຂວງ ຕວຽນກວາງ.
“ບຸນເຕັດປະຊາຄົມ 2026” ແມ່ນເຫດການປະຈຳປີໂດຍສູນໂທລະພາບມະນຸດສະທຳ ຈັດຂຶ້ນ, ດ້ວຍຈຸດປະສົງນຳເອົາບຸນເຕັດ, ບຸນເຕັດອີ່ມໜຳສຳລານມາສູ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ຖືກຜົນສະທ້ອນຍ້ອນໄພທຳມະຊາດປີ 2025.
ໃນບັນດາການເຄື່ອນໄຫວຂອງລາຍການ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນບຸນເຕັດ 500 ພູດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຂອງຕາແສງ ຈຽມຮວາ, ແຂວງຕວຽນກວາງ. ນອກນັ້ນ, ຍັງມີບັນດາການເຄື່ອນໄຫວ, ຄື: ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ 500 ຄົນ; ງານຕະຫຼາດນັດບຸນເຕັດບໍ່ເກັບຄ່າໃຫ້ແກ່ປະຊົນ 500 ຄົນ; ວາດພາບເຂດວັດທະນະທຳຂອງວັນບຸນເຕັດ ດ້ວຍບັນດາການລະຫຼິ້ນພື້ນເມືອງ; ມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນສະທ້ອນຍ້ອນພາຍຸ, ນ້ຳຖ້ວມ, ໜູນຊ່ວຍການຊ້ອມແປງເຮືອນຢູ່…
ແຫຼ່ງຄັດຈາກ: vovworld.vn