ດ້ວຍຖານະບົດບາດທີ່ພວມຄອງຊະນະເລີດ, ທີມຊາດຫວຽດນາມ ໄດ້ຈັດເຂົ້າໃນກຸ່ມທີມທີ່ດີອັນດັບ 1 ກັບທີມຊາດໄທ. ກຸ່ມທີ 2 ແມ່ນ ຟີລິບປີນ-ມຽນມາ, ກຸ່ມທີ 3 ແມ່ນ ມາເລເຊຍ-ສິງກະໂປ, ກຸ່ມທີ 4 ແມ່ນ ອິນໂດເນເຊຍ-ກໍາປູເຈຍ, ກຸ່ມທີ 5 ແມ່ນ ລາວ-ບຣູໄນ ຫຼື ຕີມໍ ແລັດສະເຕ.

leftcenterrightdel
ພາບປະກອບຄັດຈາກ: vtv.vn.

ບັນດາທີມຈະແບ່ງອອກເປັນສອງສາຍ, ແຂ່ງຂັນຕາມຮອບວຽນ. ພິທີຈົກສະຫຼາກແບ່ງສາຍຈະດໍາເນີນໃນຕອນບ່າຍວັນທີ 21 ກັນຍາ ຢູ່ສິງກະໂປ. ປະຈຸບັນ AFF ຍັງບໍ່ກໍານົດປະເທດເຈົ້າພາບຈັດຕັ້ງ AFF Cup 2020. ການແຂ່ງຂັນຈະດໍາເນີນແຕ່ວັນທີ 5 ທັນວາ 2020 ຫາວັນທີ 1 ມັງກອນ 2022.

ໂດຍ: ຈາງຫງວຽນ