leftcenterrightdel
ມອບໃບຈັດອັນດັບເຂດປູຊະນີຍະສະຖານປະຫວັດສາດແບັກດັ່ງຢາງ. ພາບ: tuoitre.vn.

ພິທີຕ້ອນຮັບແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນປະຈຸບັນທີ່ມີຕໍ່ບັນດານັກຮົບວິລະຊົນຂອງຊາດທີ່ໄດ້ອຸທິດສ່ວນຢ່າງໃຫຍ່ຫຼວງໃນບັ້ນຕໍ່ສູ້ຄັ້ງຕ່າງໆຢູ່ແມ່ນ້ຳແບັກດັ່ງ, ພ້ອມທັງເປັນການສຶກສາ ແລະເສີມຂະຫຍາຍມູນເຊື້ອປະຫວັດສາດວັດທະນະທຳ, ມູນເຊື້ອຮັກຊາດ ແລະການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ ໃນໄລຍະປ່ຽນແປງໃໝ່.

ເນື່ອງໃນໂອກາດນີ້, ນະຄອນຫ໋າຍຟ່ອງ ກໍ່ໄດ້ຈັດງານວາງສະແດງກ່ຽວກັບບັນດາການຕໍ່ສູ້ທີ່ຍາດໄດ້ໄຊຊະນະຢູ່ແມ່ນ້ຳແບັກດັ່ງ ຢູ່ສະໜາມຫຼວງໂຮງລະຄອນຂອງນະຄອນ ແລະຢູ່ເຂດປູຊະນີຍະສະຖານປະຫວັດສາດແບັກດັ່ງຢາງ ໃນລະຫວ່າງວັນທີ 30 ທັນວາ 2020 ຮອດວັນທີ 5 ມັງກອນ 2021.

ແຫຼ່ງຄັດຈາກ: vovworld.vn