ຕອນເຊົ້າວັນທີ 11 ຕຸລາ, ທີ່ຮ່າໂນ້ຍ, ສະຫະສະມາຄົມຊາວໜຸ່ມຫວຽດນາມ ໄດ້ສົມທົບກັບບໍລິສັດຫວຽດນາມ ຈັດຕັ້ງວັນບຸນ “ຂ້ອຍຮັກປະເທດຊາດຂ້ອຍ”.

leftcenterrightdel
ລາຍການສະແດງສິລະປະທີ່ວັນບຸນ. ພາບ:​ hanoimoi.com.vn.

ວັນບຸນ “ຂ້ອຍຮັກປະເທດຂ້ອຍ” ດ້ວຍຫົວຂໍ້ “ນໍາໜ້າ - ເປັນແບບຢ່າງ - ສາມັກຄີ - ຮັບຜິດຊອບ - ປະດິດສ້າງ - ເຊື່ອມໂຍງ” ເພື່ອແນໃສ່ປຸກລຸກນໍ້າໃຈຮັກຊາດ, ສ້າງກໍາລັງໜູນເພື່ອໃຫ້ຊາວໜຸ່ມຝຶກແອບ, ອຸທິດສ່ວນ ແລະເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ທີ່ວັນບຸນ, ສະມາຊິກ, ຊາວໜຸ່ມ, ນັກສຶກສາຫຼາຍຮ້ອຍຄົນຂອງບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ບໍລິເວນຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາສິ່ງທ້າທາຍ, ການລະຫຼີ້ນເຄື່ອນທີ່, ການລະຫຼີ້ນຝຶກປັນຍາ; ເຂົ້າຮ່ວມງານມະໂຫລານບັນດາກຸ່ມດົນຕີຂອງຊາວໜຸ່ມ, ນັກສຶກສາ.

ບັນດາກິດຈະກໍາເຄື່ອນໄຫວໄດ້ສ້າງບັນຍາກາດແຫ່ງການແຂ່ງຂັນ, ຟົດຟື້ນໃນໝູ່ຊາວໜຸ່ມ, ນັກສຶກສາ. ບັນດາການລະຫຼີ້ນດຶງຢາງລົດ, ລອງກໍາລັງແຮງກັບຄ້ອນຕີ... ໄດ້ຮັບຄວາມນິຍົມເຂົ້າຮ່ວມຈາກບັນດານັກສຶກສາເປັນຈຳນວນຫຼວງຫຼາຍ.

ໂດຍ: ເກື່ອງດັ້ງ