ງານວາງສະແດງໄດ້ວາງສະແດງຮູບພາບ ກວ່າ 200 ແຜ່ນໃນຈໍານວນຫຼາຍພັນແຜ່ນຂອງນັກຖ່າຍຮູບ ຫງວຽນອາ. ນັກຖ່າຍຮູບ ຫງວຽນອາ ໄດ້ຖ່າຍຮູບຢ່າງມີຊີວິດຊີວາ, ມີລັກສະນະສົດໆຮ້ອນໆໃນລະຫວ່າງເດືອນກຸມພາ-ມິຖຸນາ 2020 ຢູ່ຫຼາຍທ້ອງຖິ່ນແຕກຕ່າງກັນໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

leftcenterrightdel
ງານວາງສະແດງດຶງດູດຜູ້ຊົມເປັນຈໍານວນຫຼວງຫຼາຍ. ພາບ: ແທງຢາງ.

ພົ້ນເດັ່ນແມ່ນຮູບພາບກ່ຽວກັບບັນດາກໍາລັງຢູ່ແນວໜ້າຕ້ານພະຍາດ, ປະຊາຊົນຊ່ວຍເຫຼືອເຊິ່ງກັນ ແລະກັນໄດ້ສ່ອງແສງຊີວິດຕົວຈິງ, ສະແດງໃຫ້ເຫັນຈິດໃຈ, ຄຸນນະທາດຂອງຊາວຫວຽດນາມ ທີ່ການຕໍ່ສູ້ກັບພະຍາດໂຄວິດ-19. ງານວາງສະແດງຈະແກ່ຍາວໄປເຖິງວັນທີ 21 ກັນຍາຈິ່ງອັດລົງ.

ໂດຍ: ຈາງຫງວຽນ