leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ແລະທ່ານນາງເອກອັກຄະລັດຖະທູດ ເຈິ່ນທິຮວ່າງມາຍ ພ້ອມກັບບັນດານັກຄົ້ນຄວ້າຊາວຝຣັ່ງ ທີ່ພິທີໄຂງານວາງສະແດງ ໃນວັນທີ 12 ກັນຍາ 2020. ພາບ: nhandan.com.vn.

ງານວາງສະແດງໄດ້ແນະນໍາບົດກະວີເລື່ອງກ່ຽວ ດ້ວຍສະບັບແປເປັນພາສາຕ່າງປະເທດນັບຫຼາຍສິບສະບັບ ແລະໄດ້ພິມອອກເປັນຫຼາຍພາສາໃນໂລກ ຄື: ພາສາອັງກິດ, ຝຮັ່ງ, ລັດເຊຍ, ເອຢິບ, ມົງໂກນ, ເຊັກໂກ... ງານວາງສະແດງດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນຮູ້, ປັນຍາຊົນຊາວຝຣັ່ງ ກໍຄືຊາວຫວຽດນາມ ອາໄສຢູ່ຝຣັ່ງ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ເລື່ອງກ່ຽວ ທີ່ແປອອກມາເປັນຫຼາຍພາສາໄດ້ແນະນໍາຢູ່ງານວາງສະແດງ. ພາບ: nhandan.com.vn.

ທ່ານນາງ ເຈິ່ນທິຮວ່າງມາຍ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ UNESCO  ໃຫ້ຮູ້ວ່າ: “ງານວາງສະແດງຄັ້ງນີ້ແມ່ນໂອກາດເພື່ອໃຫ້ພວກເຮົາອາໄລຫານັກກະວີ ທີ່ສາມາດເວົ້າໄດ້ວ່າແມ່ນນັກກະວີຜູູ້ຍິ່ງໃຫຍ່ທີ່ສຸດຂອງພື້ນຖານວັນນະຄະດີຫວຽດນາມ, ເປັນນັກກະວີຜູ້ຍິ່ງໃຫຍ່ທີ່ສຸດ. ໃນປີ 2013, ຢູ່ UNESCO ກໍໄດ້ອອກມະຕິສະບັບໜຶ່ງດ້ວຍເນື້ອໃນວ່າຈະພ້ອມກັບຫວຽດນາມ ຈັດຕັ້ງການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ຄົບຮອບ 250 ປີຢູ່ສໍານັກງານຂອງ UNESCO ກໍຄືທົ່ວທຸກແຫ່ງຫົນໃນໂລກ. ໜຶ່ງໃນບັນດາຜູ້ທີ່ໄດ້ບັນທຶກໄວ້ໃນບັນຊີລາຍຊື່ເພື່ອພ້ອມກັນສະເຫຼີມສະຫຼອງວັນຄ້າຍວັນເກີດຢູ່ UNESCO ແມ່ນຕ້ອງເປັນຜູ້ທີ່ໄດ້ມີການປະກອບສ່ວນຫຼາຍຢ່າງພໍສົມຄວນຕໍ່ກັບພື້ນຖານວັດທະນະທໍາ, ພື້ນຖານການສຶກສາ ກໍຄືວິທະຍາສາດໃນໂລກ ແລະນັກກະວີ ຫງວຽນຢູ ຂອງພວກເຮົາແມ່ນໜຶ່ງໃນຈຳນວນນັ້ນ”

ຄາດວ່າ, ງານວາງສະແດງຈະດຳເນີນໄປຈົນໝົດເດືອນກັນຍາ ຈຶ່ງອັດລົງ.

ໂດຍ: ໄຊຊະນະ