leftcenterrightdel
ແຂກຖືກເຊີນເຂົ້າຊົມງານວາງສະແດງຜ່ານອຸປະກອນເຕັກໂນໂລຢີ. ພາບ: hanoimoi.com.vn.

ຜ່ານອຸປະກອນທັນສະໄໝທີ່ໄດ້ຕິດຕັ້ງຢູ່ຫໍພິພິຕະພັນ ຫຼືຜ່ານອຸປະກອນເຄື່ອນທີ່ເມື່ອນໍາໃຊ້ແອບພຼີເຄຊັນ Magister Art, ງານວາງສະແດງໄດ້ແນະນໍາເຖິງຜູ້ຊົມບັນດາຮູບແຕ້ມທີ່ພົ້ນເດັ່ນຂອງນັກຈິດຕະກອນ Raffaello. ຍ້ອນມີເຕັກໂນໂລຢີສາຍກ່ຽວກັບສິລະປະທັນສະໄໝ, ບັນດາຮູບແຕ້ມຈະເປີດອອກຢ່າງອັດຕະໂນມັດຕາມລຳດັບເວລາຂອງການບັນທຶກຂີດໝາຍແຫ່ງຊີວິດ, ພາລະກິດ ແລະບັນດານະຄອນທີ່ນັກຈິດຕະກອນເຄີຍດໍາລົງຊີວິດ, ເຮັດວຽກ. ຜູ້ຊົມກໍ່ສາມາດເລືອກເອົາເນື້ອໃນບັນລະຍາຍດ້ວຍໜຶ່ງໃນບັນດາພາສາ: ພາສາຫວຽດນາມ, ພາສາອີຕາລີ, ພາສາອັງກິດ ແລະພາສາແອັດສະປາຍ. ງານວາງສະແດງໄດ້ດຳເນີນຢູ່ຫໍພິພິຕະພັນຮ່າໂນ້ຍ ແລະຈະແກ່ຍາວໄປເຖິງວັນທີ 31 ຕຸລາຈິ່ງອັດລົງ.

ພາບ: ຈາງຫງວຽນ