leftcenterrightdel
ບັນດາຜູ້ແທນຢ້ຽມຊົມຢູ່ງານວາງສະແດງ. ພາບ: ຮືວເຈື້ອງ.

ງານວາງສະແດງແນະນໍາເອກະສານ, ຮູບພາບ, ວັດຖຸພັນທີ່ພົ້ນເດັ່ນກວ່າ 300 ຢ່າງ ແລະແບ່ງເປັນ 3 ພາກສວ່ນ. ໃນນັ້ນ, ມີຫຼາຍເອກະສານ, ວັດຖຸພັນທີ່ມີຄຸນຄ່າປະຫວັດສາດສູງ, ຄື: ຊຸດສະສົມໃບປິວ, ໜັງສືພິມທີ່ຈໍາໜ່າຍກ່ອນ ແລະໃນການລຸກຮື້ຂຶ້ນຄັ້ງໃຫຍ່ ເດືອນສິງຫາ ປີ 1945; ຊຸດສະສົມອາວຸດແບບປະຖົມປະຖານໃນການປ້ອງກັນຕົວ;… ຂໍ້ມູນຂ່າວສານກ່ຽວກັບງານວາງສະແດງຈະໄດ້ອັບເດດເປັນປະຈໍາໃນເວັບໄຊ btlsqsvn.org.vn. ແຂກທ່ອງທ່ຽວເມື່ອມາຢ້ຽມຊົມງານວາງສະແດງຕ້ອງໃສ່ຜ້າອັດປາກ-ອັດດັງ ແລະປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໂດຍ: ຈາງຫງວຽນ